ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ​ ຖະ​ຫວາຍ​ທູບ​ທຽນ ​ອາ​ໄລ​ຫາປະ​ທານ​ໂຮ​່​ຈີມ​ິນ, ຢ້ຽມ​ຢາມ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ແຂວງ​ເງະ​ອານ

(VOVWORLD) -ຕອນເຊົ້າວັນທີ 1 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປ ຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານ ກິມລຽນ (ເມືອງນາມດ່ານ, ແຂວງເງະອານ)ເພື່ອ ສະແດງຄວາມເຄົາລົບນັບຖືເຖິງຜູ້ກໍ່ຕັ້ງ ປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນ ສາທາລະນະລັດສັງຄົມນິຍົມ ຫວຽດນາມ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ​ ຖະ​ຫວາຍ​ທູບ​ທຽນ ​ອາ​ໄລ​ຫາປະ​ທານ​ໂຮ​່​ຈີມ​ິນ, ຢ້ຽມ​ຢາມ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ແຂວງ​ເງະ​ອານ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ (ພາບ:VGP) 

ທ່ານ ຮອງນາຍົກລັດມົນຕີ ເວືອງດິງເຫ້ວ ໄດ້ເນັ້ນໜັກວ່າ ປີ 2020 ແມ່ນປີມີຄວາມໝາຍສຳຄັນພິເສດ. ດັ່ງນັ້ນ, ທາງແຂວງເງະອານ ແລະ ຄະນະຄຸ້ມຄອງເຂດປູຊະນີຍະສະຖານ ລະດັບຊາດພິເສດ ກິມລຽນ ຕ້ອງອານຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ, ຄວາມໝາຍຂອງເຂດດັ່ງກ່າວໃຫ້ມີປະສິດທິຜົນ, ຮັບໃຊ້ຄວາມຕ້ອງການຢ້ຽມຊົມຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ເມື່ອໄປຢ້ຽມຢາມບັນດາຄອບຄົວທະຫານເສຍອົງຄະ, ຄອບຄົວ ນະໂຍບາຍ, ຄອບຄົວ ທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງໃນໂອກາດປີໃໝ່, ທ່ານ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ ລັດຖະບານ ຈະສືບຕໍ່ສະຫງວນແຫຼ່ງກຳລັງໃຫ້ຫຼາຍກ່ວາອີກເພື່ອປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ