ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຈລະຈາກັບລັດຖະມົນຕີການຕ່າງປະເທດຍີີ່ປຸ່ນ

ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຈລະຈາກັບລັດຖະມົນຕີການຕ່າງປະເທດຍີີ່ປຸ່ນ - ảnh 1
ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ
ຕ້ອນ​ຮັບ​ທ່ານລັດຖະມົນຕີການຕ່າງປະເທດຍີີ່ປຸ່ນ
(ພາບ: TTXVN)

(vovworld) - ​​​​​​ທີ່​ການ​ເຈ​ລະ​ຈາລະ​ຫວ່າງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ ຟ້າມ​ບິ່ງ​ມິງ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Fumio Kishida, ​ໃນ​ຕອນ​ບ່າຍ​ວັນ​ທີ 05/05, ຢູ່​ຮ່າ​ໂນ້ຍ, 2 ຝ່າຍ​ໄດ້​ເຫັນ​ດີ​ນຳ​ກັນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນ​ື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງກວ່າ​ອີກ ຜ່ານ​ການ​ຮັກ​ສາ​ບັນ​ດາ​ການ​ຢ້ຽ​ມ​ຢາມ, ​ພົົບ​ປະ, ເຈ​ລະ​ຈາ​​ທຸກ​ຂັ້ນ, ພິ​ເສ​ດ​ແມ່ນ​ຂັ້ນ​ສູງ, ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ທີ​ມີ​ຢູ່​ແລ້ວ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິງ​ມິງ ຢືນ​ຢັນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້​ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ, ສືບ​ຕໍ່​ຖື​ຍີ່​ປຸ່ນ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ອັບ​ດັບ​ໜຶ່ງ​ ແລະ ຍາວ​ນານ. ສ່ວນ​ທ່ານລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Fumio Kishida ເນັ້ນ​ໜັກ​ວ່າ, ຍີ່​ປຸ່ນ ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ກັບ​ຫວຽດ​ນາມ ໃຫ້​ພັດ​ທະ​ນາ​ນັບ​ມື້​ນັບ​ແຂງ​ແຮງ, ເລິກ​ເຊິງ ແລະ ແທດ​ຈິງກວ່າ​ອີກ, ເຫັນ​ດ​ີ​ໜູນ​ຊ່ວຍ ແລະ ຮ່ວມ​ມື​​ຢ່າງ​ຕັ້ງ​ໜ​້າກັບ​ຫວຽດ​ນາມ ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັ​ກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ສືບ​ຕໍ່​ໜູນ​ຊ່ວຍ​ໃນ​ການເກັບ​ກູ້​ທຳ​ລາຍ​ລະ​ເບີດບໍ່​ທັນ​ແຕກ.

        2 ຝ່າຍກໍ່​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແ​ຟ້ນຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ. ທ່ານ Fumio Kishida ຢືນ​ຢັນ​ວ່າ, ຈະ​ສົມ​ທົບ​ກັບ​ຫວຽດ​ນາມ ໃນ​ວຽກ​ງານ​ກະ​ກຽມ​ໃຫ້​ປີ APEC 2017 ຢ່າງ​ແໜ້ນ​ແຟ້ນ.

ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ໄ​ດ້​ແບ່ງ​ປັນ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິດ​ເຊິ່ງ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ຕໍ່​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຫວ່າງມໍ່​ໆ​ມ​ານີ້; ເຫັນ​ດີ​ນຳ​ກັນ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັ​ນ​ຕິ​ພາບ, ຄວາມ​ສະ​ຫງົບ​ປອດ​ໄພ ແລະ ​ຄວາມ​ເສ​ລີ​ໃນການ​ເດີນ​ທະ​ເລ​ ແລະ ການ​ບິນຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງບໍ່​ຄວນ​ມີ​ການ​ກະ​ທຳ​ເຮັດ​ໃຫ້​ປ່ຽນ​ແປງສະ​ພາບ​ເດີມ, ກໍ່​ຄວາມ​​ສັບ​ສົນ, ເປີດກວ້າງ​ການ​ຂັດ​ແຍ້ງ​​ກັນຢູ່​ທະ​ເລ​ຕາ​ເວັນ​ອອກ, ແກ້​ໄຂ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ​ກົດ​ໝາຍ​ສ​າ​ກົນ​ຢ່າງ​ເຂັ້ມ​ງວດ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາ​ດ​ກ່ຽວ​ກັບ​ທະ​ເລ​ປີ 1982, ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ຊຸກ​ຍູ້​ການ​ສ້າງປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.

ຂ່າວ/ບົດ​ອື່ນ