ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມແຂວງ Thai Nguyen

ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມແຂວງ Thai Nguyen - ảnh 1

 (ພາບ:thainguyentv.vn)

( vovworld ) – ຕອນ​​ເຊົ້າວັນ​ທີ 25/8,  ທ່ານຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ​ພ້ອມ​ກັບທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳແຂວງ Thai Nguyen. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ, ທ່ານຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ປາດ​ຖະໜາ​ວ່າ ການ​ນຳແຂວງ Thai Nguyen ກໍ່​ຄື​ລັດຖະບານ​ຫວຽດນາມ ຈະ​ສືບ​ຕໍ່​ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ແຂວງ​ມາ​ລົງທຶນ​ຢູ່​ລາວ. ທ່ານຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ກໍ່​ສະ​ເໜີ​ໃຫ້​ຝ່າຍ​ຫວຽດນາມ ກໍ່​ຄື​ແຂວງ Thai Nguyen  ຈົ່ງສືບ​ຕໍ່​ຊ່ວຍ​ເຫຼືອ​ລາວ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ.

   ສ່ວນ​ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ​ຂອງ Thai Nguyen  ກັບທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ ພ້ອມ​ທັງ​ສະ​ເໜີ​ໃຫ້​ບັນດາ​ວິ​ສາຫະກິດຂອງ​ແຂວງ​ທີ່​ມາ​ລົງທຶນ​ຢູ່​ລາວ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ລະດັບ​ຄວາມ​ໄວ ​ແລະ ຄຸນ​ນະພາ​ບ, ປະສິດທິຜົນ ​ແລະ ວຽກ​ງານ​ຊີວິດ​ສັງຄົມ​ຢູ່​ທ້ອງຖິ່ນມາ​ລົງທຶນ.

  ພາຍຫຼັງ​ການ​ເຮັດ​ວຽກ, ທ່ານຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ຢູ່​ອະນຸສາວະລີ​ປະທານ​ໂຮ່ຈິ​ມິນ​ ຢູ່​ເຂດ​ປູ​ສະ​ນີຍະສະ​ຖານ​ປະຫວັດສາດ​ຊີວະ​ພາບ​ເຂດ​ປອດ​ໄພ Dinh Hoa, ​ໄປ​ຢ້ຽມ​ບໍ່​ເຫຼັກ Tuong Lai, ບໍລິສັດ Chien Cong ​ແລະ ​​ໂຮງຮຽນ​ວິທະຍາ​ໄລ​ເສດຖະກິດ-​ການ​ເງິນ Thai Nguyen  ຊື່​ງ​ແມ່ນ​ແຫ່ງມີ​ນັກຮຽນ​ລາວ​ຫຼາຍ​ຄົນ​ພວ​ມຮ່ຳຮຽນ.

 

 

 

 

ຂ່າວ/ບົດ​ອື່ນ