ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງຕວຽນກວາງ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງຕວຽນກວາງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ເຮັດ​ວຽກ​ກັບ​ພະ​ນັກ​ງານ​ຫລັກ​ແຫລ່ງ​ແຂວງ​ຕວຽນ​ກວາງ
ພາບ:vietnamplus.vn


(vovworld)-​ ວັນ​ທີ 20/3, ທ່ານ ຫງວຽນ​ຊວນ​ຟຸກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ ໄດ້​ເຮັດ​ວຽກ​ກັບ​ພະ​ນັກ​ງານ​ຫລັກ​ແຫລ່ງ​ແຂວງ​ຕວຽນ​ກວາງ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ. ກ່າວ​ຄຳ​ເຫັນທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ: ແຂວງ ຕວຽນ​ກວາງ ແມ່ນ​ແຂວງ​ພູ​ດອຍ, ເງື່ອນ​ໄຂ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ເພື່ອ​ບັນ​ລຸ​ຄາດ​ໝາຍ, ແຜນ​ການ​ວາງ​ອອກ, ແຂວງ ຄວນ​ປ່ຽນ​ໃຫມ່​ຈີນ​ຕະ​ນາ​ການ ແລະ ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຄືນ​ໃຫ​ມ່, ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ ແລະ ໂລກ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ. ທາງ​ແຂວງ ຄວນ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ກະ​ສິ​ກຳ, ປ່າ​ໄມ້, ສິນ​ໃນ​ນ້ຳ, ບັນ​ດາ​ທ່າ​ແຮງ​ຂອງ​ແຂວງ ຕາມ​ທິດ​ຜະ​ລິດ​ເປັນ​ສິນ​ຄ້າ, ເອົາ​ໃຈ​ໃສ່​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ດຶງ​ດູດການ​ລົງ​ທຶນ ແລະ ກຳ​ນົດ​ບັນ​ດາ​ຂົງ​ເຂດ​ບຸກ​ທະ​ລຸ​ໃຫ້​ເໝາ​ະ​ສົມ​ກັບ​ເງື່ອນ​ໄຂ​ຕ​ົວ​ຈິງ​ຂອງ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ