ທ່ານຮອງນາຍົກລັດຖະມົນຕີຫວູວັນນີງເຂົ້າຮ່ວມກອງປະຊຸມໃຫຍ່ຊົນເຜົ່າສ່ວນຫນ້ອຍແຂວງຮ່າຢາງ

ທ່ານຮອງນາຍົກລັດຖະມົນຕີຫວູວັນນີງເຂົ້າຮ່ວມກອງປະຊຸມໃຫຍ່ຊົນເຜົ່າສ່ວນຫນ້ອຍແຂວງຮ່າຢາງ - ảnh 1
ກອ​ງ​ປະ​ຊຸມ​ໃຫຍ່​ຊ​ົນ​ເຜົ່າ​ສ່ວນ​ຫນ້ອຍ​ແຂວງ ຮ່າ​ຢາງ ຄັ້ງ​ທີ2
photo:vov

(vovworld)-​ “ຮ່າ​ຢາງ ຄວນ​ຮັບ​ປະ​ກັນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ, ເດັດ​ດ່ຽວ​ຕໍ່​ສູ້​ກັບ​ທຸກ​ກົນ​ອຸ​ບາຍ​ມ້າງ​ເພ​ທຳ​ລາຍ​ຂອງ​ບັນ​ດາ​ກຳ​ລັງ​ເປັນ​ປໍ​ລະ​ປັກ,ສວຍ​ໃຊ້​ບັນ​ຫາ​ຊົນ​ເຜົ່າ, ສ​າ​ສະ​ຫນາ, ສິດ​ທິ​ມະ​ນຸດ, ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ເພື່ອ​ຍຸ​ແຍ່​​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ລະ​ເມີດນະ​ໂຍ​ບາຍ​ມະ​ຫາ​ສາ​ມັກ​ຄີ​ຊົນ​ເຜົ່າ”. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ໄດ້​ເນັ້ນ​ຫນັກ​ຄື​ດັ່ງ​ກ່າວ​ທີ່ກອ​ງ​ປະ​ຊຸມ​ໃຫຍ່​ຊ​ົນ​ເຜົ່າ​ສ່ວນ​ຫນ້ອຍ​ແຂວງ ຮ່າ​ຢາງ ຄັ້ງ​ທີ2 ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 17/12 ຢູ່ ນະ​ຄອນ​ຮ່າ​ຢາງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ສະ​ເຫນີ ອົງ​ຄະ​ນະ​ພັກ​, ອຳ​ນາດ​ການ​ປົກ​ຄອງ ແລະ ພະ​ນັກ​ງານ​ສະ​ມາ​ຊິກ​ພັກ ແຂວງ ຮ່າ​ຢາງ ສືບ​ຕໍ່​ກຳ​ແຫນ້ນ​ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ, ລັດ, ຮັບ​ຮູ້​ຄວາມ​ສຳ​ຄັນ​ຂອງວຽກ​ງານ​ຊົນ​ເຜົ່າ​ຢ່າງ​ຈະ​ແຈ້ງ, ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ​, ຂົນ​ຂວາຍ ເປັນ​ຢ່າງ​ດີ ເພື່ອ​ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເຂົ້າ​ໃຈ​ແຈ້ງ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ລັດ; ຈັດ​ຕັ້ງ​ການ​ປ​ະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ແນວ​ທາງ, ນະ​ໂຍ​ບາຍ​ຊົນ​ເຜົ່າ, ໃນ​ນັ້ນ ສຸມ​ໃສ່​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ​ຮອດ​ປີ 2020 ຢ່າງ​ມີ​ປະ​ສິດ​ທິ​ຜົນ.

 

ຂ່າວ/ບົດ​ອື່ນ