ທ່ານຮອງນາຍົກລັດຖະມົນຕີເວືອງດິ້ງເຫ້ວຕ້ອນຮັບການນຳບໍລິສັດພະລັງງານອາເມລິກາ

(VOVWORLD) -ວັນທີ 9 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານເວືອງດິ້ງເຫ້ວຮອງນາຍົກລັດຖະມົນຕີຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Scott Kicker ຜູ້ອຳນວຍການໃຫ່ຍ, ຝ່າຍບໍລິຫານບໍລິສັດພະລັງງານ Gen X Energy (ອາເມລິກາ).
ທ່ານຮອງນາຍົກລັດຖະມົນຕີເວືອງດິ້ງເຫ້ວຕ້ອນຮັບການນຳບໍລິສັດພະລັງງານອາເມລິກາ - ảnh 1ທ່ານເວືອງດິ້ງເຫ້ວຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Scott Kicker ຜູ້ອຳນວຍການໃຫ່ຍ, ຝ່າຍບໍລິຫານບໍລິສັດພະລັງງານ Gen X Energy (ພາບ: TTXVN)

        ໃນໄລຍະເວລາຢູ່ຫວຽດນາມ, ການນຳ ບໍລິສັດພະລັງງານ Gen X Energy ໄດ້ເຮັດວຽກຮ່ວມກັບການນຳແຂວງບ່າເຣ້ຍ-ວຸງເຕົ່າ, ເພື່ອຂຶ້ນແຜນການລົງທຶນໂຄງການກຸ່ມປະສົມອາຍແກ໊ສແຫຼວ LNG ແລະສາງບັນຈຸອາຍແກ໊ສແຫຼວ LNG, ລະບົບນຳສົ່ງອາຍແກ໊ສ… ໃນບໍລິເວນເຂດແຂວງ. ນອກຈາກນັ້ນແລ້ວ, ບໍລິສັດ Gen X Energy ກໍ່ຍັງມີແຜນການລົງທຶນໂຄງການໂຮງງານພະລັງງານອາຍແກ໊ສຢູ່ຫວຽດນາມ.

        ໂດຍສະແດງຄວາມຊົມເຊີຍບໍລິສັດ Gen X Energy, ທ່ານຮອງນາຍົກລັດຖະມົນຕີຫວຽດນາມເວືອງດິ້ງເຫ້ວຢັ້ງຢືນວ່າ: ໂຄງການດັ່ງກ່າວຈະປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືການລົງທຶນ, ການຄ້າລະຫວ່າງຫວຽດນາມແລະອາເມລິກາ, ໃນນັ້ນການຮ່ວມມືດ້ານພະລັງງານກໍ່ເປັນຂົງເຂດທີ່ສຳຄັນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມໄດ້ເນັ້ນໜັກວ່າ: ເລື່ອງບໍລິສັດ Gen X Energy ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມແມ່ນສອດຄອ່ງກັບແຜນນະໂຍບາຍດຶງດູດແລະການຮ່ວມມືໃນຂົງເຂດການລົງທຶນຕ່າງປະເທດຂອງຫວຽດນາມ.

        ສ່ວນທ່ານ Scott Kicker, ຜູ້ອຳນວຍການໃຫ່ຍ, ຝ່າຍບໍລິຫານ ບໍລິສັດພະລັງງານ Gen X Energy, ມີຄວາມປາດຖະໜາຢາກໃຫ້ລັດຖະບານຫວຽດນາມ, ບັນດາກະຊວງ, ຂະແໜງການພິຈາລະນາເອົາໂຄງການດັ່ງກ່າວເຂົ້າໃນແຜນຜັງລວມໄຟຟ້າ, ແນະນຳບໍລິສັດ ແລະ ທຸກຝ່າຍທີ່ກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍການລົງທຶນໂຄງການ, ປະກອບສ່ວນເພີ່ມທະວີສາຍພົວພັນຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະ ອາເມລິກາ.

 

ຕອບກັບ

ຂ່າວ/ບົດ​ອື່ນ