(vov) - ວັນທີ 14/2 ຢູ່ ນະຄອນຫລວງ ວໍຊິງຕັນ, ປະທານາທິບໍດີ ອາເມລິກາ Barack Obama ໄດ້ມີການພົບປະແລກປ່ຽນຄຳເຫັນກັບທ່ານຮອງປະທານປະເທດຈີນ ສືຈິ້ນພິ້ງ ພວມຢູ່ຢ້ຽມຢາມ ອາເມລິກາ. ສອງຝ່າຍໄດ້ປຶກສາຫາລືຫລາຍບັນຫາເພື່ອເພີ່ມທະວີການຮ່ວມມື ລະຫວ່າງອາເມລິກາ ແລະ ຈີນ ບົນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ ແລະ ມີຜົນປະໂຫຍດໃຫ້ທົ່ວໂລກ. ທ່ານປະທານາທິບໍດີ ອາເມລິກາ Barack Obama ເວົ້າວ່າ:
“ອາເມລິກາ ແມ່ນປະເທດທີ່ຂຶ້ນກັບ ພາກພື້ນປາຊີຟີກ, ສະນັ້ນ ພວກຂ້າພະເຈົ້າມີຄວາມສົນໃຈເຖິງວຽກງານສືບຕໍ່ຍູ້ແຮງສາຍພົວພັນລະຫວ່າງສອງປະເທດກ່ຽວກັບບັນດາຂົງເຂດຄື: ການຄ້າ ແລະ ຮັບປະກັນວ່າ : ສອງປະເທດກາຍເປັນຄູ່ຮ່ວມມືຢ່າງແຂງແຮງ ແລະ ມີປະສິດທິຜົນ. ສາຍພົວພັນຮ່ວມມືນີ້ ແມ່ນອີງໃສ່ຫລັກການເຄົາລົບເຊິ່ງກັນ ແລະ ກັນ ບໍ່ພຽງແຕ່ນຳມາຊຶ່ງຜົນປະໂຫຍດໃຫ້ແກ່ ອາເມລິກາ ແລະ ຈີນ ເທົ່ານັ້ນ ຫາກຍັງນຳມາຊຶ່ງຜົນປະໂຫຍດໃຫ້ທັງພາກພື້ນ ແລະ ໂລກອີກດ້ວຍ.”
ກ່ອນຫນ້ານັ້ນ, ເມື່ອຕອບສຳພາດຕໍ່ນັກຂ່າວ Washington Post, ທ່ານຮອງປະທານປະເທດ ຈີນ ສືຈິ້ນພິ້ງ ໄດ້ເວົ້າວ່າ: ຈີນ ຈະສືບຕໍ່ແກ້ໄຂບັນດາບັນຫາອັນຊອບທຳ ຊຶ່ງອາເມລິກາມີຄວາມສົນໃຈ, ໃນນັ້ນ ມີການສະຫງວນລິຂະສິດຊັບສິນທາງປັນຍາ, ອັດຕາແລກປ່ຽນເງິນຢວນ, ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງ ໂປ່ງໃສ ແລະ ອີງໃສ່ບັນດາຫລັກການລະອຽດ.
ກ່ອນການພົບປະແລກປ່ຽນຄຳເຫັນກັບປະທານາທິບໍດີ ອາເມລິກາ Barack Obama, ທ່ານຮອງປະທານປະເທດຈີນ ສືຈິ້ນພິ້ງ ແລະ ທ່ານຮອງ ປະທານາທິບໍດີ ອາເມລິກາ Job Biden ໃຫ້ຄຳໝັ້ນໝາຍວ່າ ສອງປະເທດຈະດຳເນີນການຮ່ວມມືຢ່າງແຫນ້ນແຟ້ນໃນໄລຍະຈະມາເຖິງ. ທ່ານຮອງປະທານາທິບໍດີ Job Biden ຖືວ່າ: ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ແມ່ນການພົວພັນສຳຄັນທີ່ສຸດຢູ່ໃນໂລກ ເຖິງວ່າ ບາງເທື່ອ ສອງປະເທດ ກໍ່ມີທັດສະນະທີ່ແຕກຕ່າງກັນ ກ່ຽວກັບບັນຫາຕ່າງໆ, ແຕ່ພັດມີຄວາມເອົາໃຈໃສ່ລວມທີ່ສຳຄັນ ກ່ຽວກັບດ້ານການເມືອງ ແລະ ເສດຖະກິດ ສະນັ້ນ ສອງປະເທດ ຄວນຮ່ວມມືນຳກັນ./.
ນັກຂ່າວ vov ປະຈຳອາເມລິກາ