ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ: ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ຈະສົ່ງຜົນສະທ້ອນໃຫຍ່ເຖິງປະຊາຊົນ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕີລາຄາວ່ານີ້ແມ່ນຮ່າງກົດໝາຍທີ່ມີຜົນສະທ້ອນໃຫຍ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ກໍ່ຄືເຖິງບັນດາແຜນນະໂຍບາຍ, ນະໂຍບາຍຂອງລັດ, ສະເໜີໃຫ້ລັດຖະບານສືບຕໍ່ຕີລາຄາຢ່າງຄົບຖ້ວນ, ຮອບດ້ານບັນດາຜົນກະທົບເຖິງແຕ່ລະເນື້ອໃນ ປັບປຸງ, ຮັບປະກັນຫຼັກການຫັນບັນດາເນື້ອໃນ
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ: ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ຈະສົ່ງຜົນສະທ້ອນໃຫຍ່ເຖິງປະຊາຊົນ - ảnh 1ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ງແທັງເໝີນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:quochoi.vn)

ຕອນບ່າຍວັນທີ 6 ມີນາ, ທີ່ຫໍສະພາແຫ່ງຊາດ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ງແທັງເໝີນ ເປັນປະທານກອງປະຊຸມຮັບຟັງບົດລາຍງານ, ອະພິປາຍກ່ຽວກັບຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕີລາຄາວ່ານີ້ແມ່ນຮ່າງກົດໝາຍທີ່ມີຜົນສະທ້ອນໃຫຍ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ກໍ່ຄືເຖິງບັນດາແຜນນະໂຍບາຍ, ນະໂຍບາຍຂອງລັດ, ສະເໜີໃຫ້ລັດຖະບານສືບຕໍ່ຕີລາຄາຢ່າງຄົບຖ້ວນ, ຮອບດ້ານບັນດາຜົນກະທົບເຖິງແຕ່ລະເນື້ອໃນ ປັບປຸງ, ຮັບປະກັນຫຼັກການຫັນບັນດາເນື້ອໃນ, ຄຳຮຽກຮ້ອງຂອງການປະຕິຮູບນະໂຍບາຍການປະກັນສັງຄົມເປັນລະບອບລະບຽບການ. ທ່ານ ເຈິ່ນແທັງເໝີນ, ເນັ້ນໜັກວ່າ:

        “ອົງການຮຽບຮຽງ, ອົງການກວດກາພ້ອມກັນເຮັດ, ແກ້ໄຂບັນຫາ. ບໍ່ວ່າກົດໝາຍສະບັບໃດ, ກ່ຽວກັບວຽກງານໂຄສະນາ, ເຮັດແຈ້ງຢູ່ພາຍໃນ ແລະ ປະຊາຊົນແມ່ນສຳຄັນທີ່ສຸດ. ກົດໝາຍສະບັບນີ້ກໍ່ສົ່ງຜົນກະທົບເຖິງປະຊາຊົນ, ພວກເຮົາຄວນໂຄສະນາທົບສອງ, ສາມເທົ່າ ເມື່ອທຽບໃສ່ກົດໝາຍສະບັບອື່ນ. ພວກເຮົາຕີລາຄາຜົນກະທົບ ອະທິບາຍໃນຂອບຂະໜາດທົ່ວປະເທດ ເພື່ອໃຫ້ປະຊາຊົນເຂົ້າໃຈໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ