(ພາບປະກອບ:vinasme.vn)
(vovworld)- ຕອນເຊົ້າວັນທີ 23/7, ຢູ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດຫງວຽນທິຢວານ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບັນດາ ”ວິສາຫະກິດມີເຄື່ອງໝາຍການຄ້າ, ຍີ່ຫໍ່ທີ່ມີອິດທິພົນຊື່ສຽງ, ຜະລິດຕະພັນມີຄຸນນະພາບສູງ, ການບໍລິການມີຄຸນນະພາບດີທີ່ສຸດ” ໂດຍທ່ານຜູ້ອ່ານວາລະສານວິສາຫະກິດ ແລະ ການລົງທຶນ (ສັງກັດສະມາຄົມວິສາຫະກິດຂະໜາດກາງ ແລະໜ້ອຍຫວຽດນາມ) ຄັດເລືອກປີ 2013. ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດຫງວຽນທິຢວານ ໄດ້ຍ້ອງຍໍຊົມເຊີຍບັນດາວິສາຫະກິດ ຊື່ງໃນສະພາບພື້ນຖານເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ຍັງມານະພະຍາຍາມທຳການຜະລິດ ດຳເນີນທຸລະກິດ ປະກອບສ່ວນເຂົ້າໃນການພັດທະນາລວມຂອງພື້ນຖານເສດຖະກິດ. ທ່ານນາງຮອງປະທານປະເທດຫງວຽນທິຢວານ ປາດຖະໜາວ່າ, ບັນດາວິສາຫະກິດ, ນັກທຸລະກິດຈະສືບຕໍ່ເສີມຂະຫຍາຍເຈດຈຳນົງໝັ້ນຄົງ, ຜ່ານຜ່າຄວາມຫຍູ້ງຍາກ, ຊ່ວຍເຫຼືອກັນພ້ອມກັນພັດທະນາ, ຍົກສູງຄວາມສາມາດແກ່ງແຍ້ງ, ມີຫຼາຍຜະລິດຕະພັນມີຄຸນນະພາບສູງຕື່ມອີກ, ປະກອບສ່ວນໃຫ້ແກ່ປະເທດຊາດໃຫ້ຫຼາຍກ່ວາອີກ.