(VOVWORLD) - ທ່ານເລຂາທິການອົງການຮ່ວມມື ແລະ ພັດທະນາເສດ (OECD) Mathias Cormann ໄດ້ຕີລາຄາສູງໂຄງການອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງ OECD.
(ທ່ານເລຂາທິການອົງການຮ່ວມມື ແລະ ພັດທະນາເສດ (OECD) Mathias Cormann) |
ວັນທີ 03 ມິຖຸນາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງການເງິນ ຫງວຽນວັນທັງ ນຳໜ້າ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມສະພາລັດຖະມົນຕີອົງການຮ່ວມມື ແລະ ພັດທະນາເສດຖະກິດ (MCM) ປີ 2025 ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ. ດ້ວຍຫົວຂໍ້ “ນຳໜ້າເສັ້ນທາງມຸ່ງໄປເຖິງຄວາມວັດທະນາຖາວອນ, ຍືນຍົງ, ຮອບດ້ານ ແລະ ຢືດໝັ້ນ ຜ່ານກົດເກັນການຄ້າ, ການລົງທຶນ ແລະ ນະວັດຕະກຳ”. ກອງປະຊຸມຈັດຂຶ້ນໃນວັນທີ 03 – 04 ມິຖຸນາ.
ໃນບົດກ່າວປາໄສທີ່ພິທີໄຂ, ທ່ານເລຂາທິການອົງການຮ່ວມມື ແລະ ພັດທະນາເສດ (OECD) Mathias Cormann ໄດ້ຕີລາຄາສູງໂຄງການອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງ OECD.
“ດ້ວຍຖານະເປັນປະທານຮ່ວມນັບແຕ່ປີ 2022, ຫວຽດນາມ ແລະ ອົດສະຕາລີ ໄດ້ມີບັນດາການປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການເຮັດໃຫ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຂອງ OECD ຢູ່ ອາຊີຕາເວັນອອກໃຫ້ເລິກເຊິ່ງຂຶ້ນຕື່ມ. ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ໜ້າທີ່ຄວາມຮັບຜິດຊອບ, ຈັດສຳເລັດເວທີປາໄສ 2 ຄັ້ງຢ່າງຕໍ່ເນື່ອງຂອງໂຄງການ (SEARP) ຢູ່ ຮ່າໂນ້ຍ ໃນປີ 2022 ແລະ 2023, ສຸມໃສ່ຟື້ນຟູລະບົບສະໜອງ ແລະ ລົງທຶນແບບຍືນຍົງ”.
(ທ່ານລັດຖະມົນຕີກະຊວງການເງິນ ຫງວຽນວັນທັງ) |
ສ່ວນທ່ານລັດຖະມົນຕີກະຊວງການເງິນ ຫງວຽນວັນທັງ, ສະແດງຄວາມເຫັນວ່າ:
“ໃນອາຍຸການ 2022 – 2025, ຫວຽດນາມ ແລະ ອົດສະຕາລີ ເປັນປະທານຮ່ວມ SEARP ໃນສະພາບການທີ່ໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ: ການຟື້ນຟູພາຍຫຼັງໂລກລະບາດ, ການຫັນເປັນດີຈີຕອນ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍ… ບັນດາຄວາມມານະພະຍາຍາມດັ່ງກ່າວໄດ້ສ້າງຜົນປະໂຫຍດທີ່ພົ້ນເດັ່ນ, ຄື: ລົງນາມໃນບົດບັນທຶກສະບັບທຳອິດລະຫວ່າງ OECD ແລະ ອາຊຽນ; ຈັດເວທີປາໄສອາຊີຕາເວັນອອກສ່ຽງໃຕ້ຢູ່ ຮ່າໂນ້ຍ ໃນປີ 2022 ບັນລຸຜົນສຳເລັດ; ແລະ ເປັນຄັ້ງທຳອິດຜັນຂະຫຍາຍ Prospectus, ແຜນການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດ, ຄື: ການຫັນເປັນສີຂຽວ, ດີຈີຕອນ, ການເຕີບໂຕກວມລວມ ແລະ ຍົກສູງສະມັດຕະພາບ”.
ທ່ານລັດຖະມົນຕີ ຫງວຽນວັນທັງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ຮ່ວມເດີນທາງ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ສ້າງສັນ ເພື່ອພາກພື້ນອາຊີຕາເວັນອອກສ່ຽງໃຕ້ພັດທະນາແບບຍືນຍົງ, ສະໜິດຕິດພັນກັບປະຊາຄົມສາກົນຢ່າງຢ່າງແໜ້ນແຟ້ນກວ່າ.