ການປະທະກັນ ຮາມາດສ - ອິດສະຣາແອັນ: ຮາມາດສ ຄັດຄ້ານມາດຕະການແກ້ໄຂ
(VOVWORLD) - ຂໍ້ຕົກລົງຢຸດຍິງໂດຍ ອາເມລິກາ ປົກປ້ອງ, ມີຜົນສັກສິດແຕ່ວັນທີ 10 ຕຸລາ, ໄດ້ປະກອບສ່ວນຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກວ່າ 2 ປີຜ່ານມາລະຫວ່າງ ອິດສະຣາແອັນ ແລະ ຮາມາດສ.
ວັນທີ 14 ທັນວາ, ທ່ານ Khalil al-Hayya, ຫົວໜ້າຂະບວນການອິດສະລາມ ຮາມາດສ ຖະແຫຼງວ່າ ກຳລັງນີ້ມີ “ສິດຖືກຕ້ອງຕາມກົດໝາຍ” ມີອາວຸດໃນຄອບຄອງ; ພ້ອມກັນນັ້ນເນັ້ນໜັກວ່າ ທຸກຂໍ້ສະເໜີກ່ຽວຂ້ອງເຖິງໄລຍະຕໍ່ໄປຂອງຂໍ້ຕົກລົງຢຸດຍິງຢູ່ ກາຊາ ແມ່ນຕ້ອງຮັບປະກັນສິດເຫຼົ່ານັ້ນ.
ຂໍ້ຕົກລົງຢຸດຍິງໂດຍ ອາເມລິກາ ປົກປ້ອງ, ມີຜົນສັກສິດແຕ່ວັນທີ 10 ຕຸລາ, ໄດ້ປະກອບສ່ວນຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກວ່າ 2 ປີຜ່ານມາລະຫວ່າງ ອິດສະຣາແອັນ ແລະ ຮາມາດສ. ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງນີ້ຍັງບອບບາງຢູ່ ເມື່ອ ອິດສະຣາແອັນ ແລະ ຮາມາດ ເກືອບຄືວ່າໄດ້ກ່າວຫາກັນທີ່ໄດ້ລະເມີດໃນແຕ່ລະມື້. ຂໍ້ຕົກລົງຢຸດຍິງລວມ 3 ໄລຍະ. ໃນໄລຍະທຳອິດ, ບັນດາກຸ່ມປະກອບອາວຸດ ປາແລັດສະຕິນ ໃຫ້ຄຳໝັ້ນສັນຍາປ່ອຍຕົວປະກັນເປັນອິດສະລະໃຫ້ແກ່ 48 ຄົນ - ລວມທັງຜູ້ຍັງມີຊີວິດ ແລະ ສາກສົບຜູ້ເສຍຊີວິດ. ມາຮອດປະຈຸບັນ, ຮາມາດສ ໄດ້ປ່ອຍຕົວປະກັນ ແລະ ຊາກສົບທັງໝົດ, ເວັ້ນເສຍຊາກສົບຜູ້ໜຶ່ງຍັງບໍ່ທັນຊອກເຫັນໄດ້.