(vovworld) - ວັນທີ່ 12/9, ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ, ເລຂາທິການໃຫຍ່ພັກເຄື່ອນໄຫວເພື່ອປະຊາຊົນສິງກະໂປ ຫຼີຊຽນຫຼົງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ, ໄດ້ເດີນທາງອອກຈາກຮ່າໂນ້ຍ ໄປຢ້ຽມຢາມສ.ສິງກະໂປ ຢ່າງເປັນທາງການແຕ່ວັນທີ 12 – 14/9. ຮ່ວມເດີ່ນທາງພ້ອມກັນທ່ານເລຂາທິການໃຫຍ່ Nguyen Phu Trong ມີທ່ານ Le Thanh Hai, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈິມິນ; ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ພ້ອມກັບບັນດາເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ. ການຢ້ຽມຢາມສ.ສິງກະໂປ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່ Nguyen Phu Trong ຈະປະກອບສ່ວນຊຸກຍູ້ການພົວພັນຂອງສອງປະເທດໃນທຸກຂົງເຂດ, ໂດຍສະເພາະແມ່ນການເມືອງ, ເສດຖະກິດ, ການຄ້າໃຫ້ຂຶ້ນສູ່ລະດັບສູງໃໝ່.