ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຢ້ຽມຢາມລາວ

(VOVWORLD) -  ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຢູ່ ສປປ ລາວ ຂອງການນຳສູງສຸດ  ສປ ຈີນ ນັບແຕ່ປີ 2006 ເປັນຕົ້ນມາ.


ວັນທີ 13 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ໄປຢ້ຽມຢາມ ສປປ ລາວ ໃນສະພາບການທີ່ 2 ປະເທດ ພວມມຸ່ງໄປເຖິງການປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຢູ່ ສປປ ລາວ ຂອງການນຳສູງສຸດ  ສປ ຈີນ ນັບແຕ່ປີ 2006 ເປັນຕົ້ນມາ. ໃນຂອບເຂດການຢ້ຽມຢາມນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ພົບປະກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້. ລາວ ແມ່ນປະເທດສຸດທ້າຍໃນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດ ຈີນ, ເຊິ່ງດຳເນີນໃນເດືອນຕຸລາ 2017.


ຕອບກັບ

ຂ່າວ/ບົດ​ອື່ນ