ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຕ້ອນຮັບຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຄະນະການນຳກະຊວງຍຸຕິທຳ ຫວຽດນາມ ນຳໂດຍທ່ານ ເລແທ່ງລອງ, ລັດຖະມົນຕີກະຊວງຍຸຕິທຳໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ. 

ທີ່ການພົບປະ, ທ່ານລັດຖະມົນຕີ ເລແທ່ງລອງ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການຮັກສາ ແລະ ເສີມຂະຫຍາຍການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ. ທ່ານລັດຖະມົນຕີ ເລແທ່ງລອງ ປາດຖະໜາວ່າ: ລັດຖະບານ ລາວ ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາຮາກຖານບຳລຸງສ້າງກົດໝາຍທີ່ຂຶ້ນກັບກະຊວງ ຍູ້ແຮງການຮ່ວມມືບຳລຸງສ້າງ, ຝຶກອົບຮົມກ່ຽວກັບດ້ານກົດໝາຍໃຫ້ແກ່ລາວ ກໍ່ຄືໂຄງການໜູນຊ່ວຍສະຖາບັນຍຸຕິທຳ ລາວ ຈາກແຫຼ່ງທຶນຊ່ວຍເຫຼືອຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ ລາວ ເຊິ່ງລັດຖະບານ 2 ປະເທດໄດ້ອະນຸມັດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຕ້ອນຮັບຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຕ້ອນຮັບຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ສະເໜີ 2 ກະຊວງຍຸຕິທຳ ຄວນສືບຕໍ່ເພີ່ມທະວີການພົວພັນຮ່ວມມື ເພື່ອປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບອ້າຍນ້ອງພິເສດລະຫວ່າງພັກ, ລັດ ແລະ ປະຊາຊົນ 2 ປະເທດ; ທ່ານປາດຖະໜາວ່າ 2 ກະຊວງຍຸຕິທຳ ຈະເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງສຳລັບປະຊາຊົນອົບພະຍົບແບບຊະຊາຍລະຫວ່າງ 2 ປະເທດ, ລາຍງານຕໍ່ລັດຖະບານ 2 ປະເທດ ເພື່ອປະຕິບັດວຽກງານທີ່ໄດ້ວາງອອກໃຫ້ປະສົບຜົນສຳເລັດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ