ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກຽນຢາງ

(VOVWORLD) - ຮັກສາການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດໃຫ້ໝັ້ນຄົງ. ບົນພື້ນຖານນັ້ນ ມີນະໂຍບາຍດຶງດູດການລົງທຶນ, ເປັນຕົ້ນແມ່ນກ່ຽວກັບອຸດສາຫະກຳ, ການຈຳໜ່າຍຜະລິດຕະພັນ, ພັດທະນາພື້ນຖານໂຄງລ່າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຢູ່ກັບທີ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກຽນຢາງ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກຽນຢາງ (ພາບ: TTXVN)

 

  ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກຽນຢາງ, ຕອນເຊົ້າວັນທີ 14 ເມສາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ຄະນະປະຕິບັດງານສູນກາງໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກຽນຢາງ ກ່ຽວກັບສະພາບການປະຕິບັດໜ້າທີ່ ນັບແຕ່ພາຍຫລັງກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງມີ 10, ອາຍຸການ 2015 – 2020. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ປາດຖະໜາວ່າ:

        “ເອົາໃຈໃສ່ຮອບດ້ານ, ພິເສດແມ່ນເສດຖະກິດຍັງຄົງແມ່ນຈຸດສຸມ, ການກໍ່ສ້າງພັກເປັນຫຼັກແຫຼ່ງ, ວັດທະນະທຳເປັນພື້ນຖານດ້ານຈິດໃຈ, ມີຄຸນສົມບັດສັງຄົມ. ເອົາໃຈໃສ່ຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທຳ, ປ່ຽນແປງໃໝ່ບັນດາຮີດຄອງປະເພນີເກົ່າ, ຫລ້າຫລັງ. ຮັກສາການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດໃຫ້ໝັ້ນຄົງ. ບົນພື້ນຖານນັ້ນ ມີນະໂຍບາຍດຶງດູດການລົງທຶນ, ເປັນຕົ້ນແມ່ນກ່ຽວກັບອຸດສາຫະກຳ, ການຈຳໜ່າຍຜະລິດຕະພັນ, ພັດທະນາພື້ນຖານໂຄງລ່າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຢູ່ກັບທີ.”

        ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 13 ເມສາ, ພາຍຫລັງໄປຮອດແຂວງ ກຽນຢາງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມບໍລິສັດຫຸ້ນສ່ວນໄມ້ MDF VRG ກຽນຢາງ ຂຶ້ນກັບກຸ່ມບໍລິສັດອຸດສາຫະກຳຢາງພາລາ ຫວຽດນາມ ຢູ່ເຂດອຸດສາຫະກຳ ແທກໂລກ, ເມືອງ ເຈົາແທ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ