ທ່ານເລຂາທິການໃຫຍ່, ປະທານປະເທດເປັນປະທານກອງປະຊຸມຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ

(VOVWORLD) - ວັນທີ 18 ພະຈິກ 2019, ຢູ່ ຮ່າໂນ້ຍ, ຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ໄດ້ຈັດຕັ້ງກອງປະຊຸມ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳ.
ທ່ານເລຂາທິການໃຫຍ່, ປະທານປະເທດເປັນປະທານກອງປະຊຸມຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)

        ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ, ຫົວໜ້າຄະນະຊີ້ນຳ ຫງວຽນຝູຈ້ອງ ໄດ້ສະເໜີບັນດາຄະນະພັກ, ອົງການພັກ ສືບຕໍ່ເພີ່ມທະວີການຊີ້ນຳນຳພາບັນດາອົງການທີ່ກ່ຽວຂ້ອງ ຈົ່ງຕັ້ງໜ້າຜັນຂະຫຍາຍ, ປະຕິບັດການສືບສວນ, ນຳຂຶ້ນສານ, ພິພາກສາບັນດາຄະດີໃຫ້ສຳເລັດຖືກຕາມຄວາມຄືບໜ້າຢ່າງຮີບດ່ວນ; ກວດກາແກ້ໄຂບັນດາຄະດີໃຫ້ຖືກຕາມແຜນການຂອງຄະນະຊີ້ນຳ.

ຕອບກັບ

ຂ່າວ/ບົດ​ອື່ນ