ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ແກ່ນສານນຳ​ພາ, ນັກທິດສະດີ​ດີ​ເລີດ

(VOVWORLD) - ທ່ານເລຂາທິການໃຫຍ່ໄດ້ຊີ້ນຳທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຕ້ອງຢືດໝັ້ນ ແລະ ນຳໃຊ້, ພັດທະນາຢ່າງປະດິດຄິດສ້າງລັດທິ ມາກ - ເລນິນ, ແນວຄິດໂຮ່ຈີມິນ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ແກ່ນສານນຳ​ພາ, ນັກທິດສະດີ​ດີ​ເລີດ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດກໍ່ສ້າງພັກ
(ພາບ: VGP)

ອາຍຸ 80 ປີ, ອາຍຸພັກເກືອບ 57 ປີ, 14 ດຳລົງຕຳແໜ່ງເລຂາທິການໃຫຍ່, ກວ່າ 2 ປີດຳລົງຕຳແໜ່ງປະທານປະເທດ, ກວ່າ 5 ປີດຳລົງຕຳແໜ່ງປະທານສະພາແຫ່ງຊາດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນແກ່ນສານການນຳຂອງ ຫວຽດນາມ. ທ່ານພ້ອມກັບສູນກາງພັກ, ລັດຖະບານ, ນຳພາທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ ໃນການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານເລຂາທິການໃຫຍ່ກໍ່ແມ່ນນັກແນວຄິດກ່ຽວກັບລັດທິກອມມູນິດກັບທິດສະດີສຸດຂຸມເລິກເຊິ່ງ.

ນັບແຕ່ເມື່ອເຂົ້າເປັນສະມາຊິກພັກກອມມູນິດ ຫວຽດນາມ, ເດືອນ ທັນວາ 1976, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດກໍ່ສ້າງພັກ. 29 ປີເຮັດວຽກຢູ່ວາລະສານກອມມູນິດ, ອົງການຄົ້ນຄວ້າທິດສະດີການເມືອງ ແລະ ໂຄສະນາທິດສະດີການເມືອງແຖວໜ້າຂອງພັກ, ຕໍ່ຈາກນັ້ນ, ເມື່ອເຮັດວຽກຢູ່ອົງການອື່ນດ້ວຍໜ້າທີ່ສູງກວ່າ, ທ່ານກໍ່ບໍ່ປະລະວຽກງານທິດສະດີ. ຍ້ອນຕາມທ່ານເລຂາທິການໃຫຍ່ແລ້ວ, ຄັນທຸງທິດສະດີຂອງພັກ ຈະຊ່ວຍກຳນົດວິໄສທັດຍຸດທະສາດຂອງພັກ ແລະ ຂອງຊາດ.

ທ່ານເລຂາທິການໃຫຍ່ໄດ້ຊີ້ນຳທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຕ້ອງຢືດໝັ້ນ ແລະ ນຳໃຊ້, ພັດທະນາຢ່າງປະດິດຄິດສ້າງລັດທິ ມາກ - ເລນິນ, ແນວຄິດໂຮ່ຈີມິນ; ຕ້ອງຢືດໝັ້ນເປົ້າໝາຍເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ; ຢືດໝັ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ; ຮັບປະກັນຜົນປະໂຫຍດສູງສຸດຂອງຊາດເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງ. ຕາມທ່ານເລຂາທິການໃຫຍ່ແລ້ວ, ນັ້ນແມ່ນບັນດາຫຼັກການພື້ນຖານ, ເປັນພື້ນຖານຢ່າງໝັ້ນແກ່ນຂອງພັກ, ມີຄວາມໝາຍເປັນຕາຍຕໍ່ລະບອບ, ກັບຊົນຊາດ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຈ້ອງຟູກ, ອະດີດຫົວໜ້າສະຖາບັນປະຫວັດສາດພັກ, ສະຖານບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຖືວ່າ:

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ແກ່ນສານນຳ​ພາ, ນັກທິດສະດີ​ດີ​ເລີດ - ảnh 2ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຈ້ອງຟູກ
(ພາບ: quochoi.vn)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳຜູ້ມີອິດທິພົນຊື່ສຽງຢ່າງໃຫຍ່ຫຼວງ, ແຕ່ກໍ່ເປັນນັກທິດສະດີ, ນັກວິທະຍາສາດມີຄວາມສຸດຈິດສຸດໃຈຕໍ່ພາລະກິດວິທະຍາສາດ. ນັບແຕ່ເມື່ອກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເລືອກຕັ້ງທ່ານເປັນເລຂາທິການໃຫຍ່, ທ່ານເລຂາທິການໃຫຍ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ບຸກຄະລິກຈົ່ຮັກພັກດີ, ຢືດໝັ້ນກັບລັດທິມາກ -ເລນິນ, ກັບແນວຄິດ ໂຮ່ຈີມິ, ເສັ້ນທາງພັດທະນາຂອງການປະຕິວັດ ຫວຽດນາມ ໄດ້ຕິດພັນກັບເອກະລາດຊົນຊາດ ແລະ ລັດທິສັງຄົມ, ເສັ້ນທາງເຊິ່ງພັກ, ປະທານ ໂຮ່ຈີມິນ ໄດ້ຄັດເລືອກເມື່ອປີ 1930 .”

ໃນຖານະຕຳແໜ່ງເລຂາທິການໃຫຍ່, ທ່ານໄດ້ສະແດງໃຫ້ເຫັນບົດບາດແກ່ນສານການນຳ, ພ້ອມກັບໝູ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ສ້າງຄວາມສາມັກຄີ, ເປັນເອກະພາບເຈດຈຳນົງ ແລະ ການກະທຳພາຍໃນພັກ. ທ່ານເລຂາທິການໃຫຍ່ຖືວ່າ, ສາມັກຄີແມ່ນຄຸນຄ່າແກ່ນສານ; ມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນແນວທາງຍຸດທະສາດ, ແມ່ນກົກເຄົ້າຂອງກຳລັງແຮງ, ແມ່ນກຳລັງໜູນຢ່າງໃຫຍ່ຫຼວງ ສ້າງໄຊຊະນະອັນສະຫງ່າລາສີຂອງຊາດ ຫວຽດນາມ. ນັກຂ່າວ ຍິເລ, ອະດີດຮອງຫົວໜ້າບັນນາທິການໃຫຍ່ວາລະສານກອມມູນິດ, ຢືນຢັນວ່າ:

ສິ່ງທີ່ໜ້າຈັບໃຈແມ່ນ, ພັກ, ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈມອບໃຫ້ທ່ານເລຂາທິການໃຫຍ່ ຫງວຽຝູຈ້ອງ 3 ໜ້າທີ່ສຳຄັນ: ເລຂາທິການໃຫຍ່ 3 ຊຸດ, ປະທານປະເທດ ແລະ ປະທານສະພາແຫ່ງຊາດ. ດ້ວຍຖານະເປັນຜູ້ນຳໜ້າພັກ, ລັດ ແລະ ສະພາແຫ່ງຊາດ. ທ່ານເລຂາທິການໃຫຍ່ກໍ່ແມ່ນນັກທິດສະດີພິເສດໃນໄລຍະປ່ຽນແປງໃໝ່, ເລີ່ມຈາກທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຈົນມາຮອດປະຈຸບັນ, ພາຍຫຼັງ 40 ປີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສ້າງທິດສະດີປ່ຽນແປງໃໝ່ເທື່ອລະກ້າວ, ໂດຍແກ່ນສານແມ່ນລະບົບທິດສະດີ ຫງວຽນຝູຈ້ອງ”.

ໃນຊຸມວັນ, ເດືອນສຸດທ້າຍໃນຊີວິດຕົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍ່ສະຫງວນຄວາມສຸດຈິດສຸດໃຈໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະ ຊາດ, ເພື່ອສືບຕໍ່ເສີມຂະຫຍາຍກຳລັງຄວາມສາມາດ ແລະ ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ