ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບປະທານສະພາຕ່ຳ ຍີ່ປຸ່ນ

(VOVWORLD) - ຕອນບ່າຍວັນທີ 5/5, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບທ່ານປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. 
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບປະທານສະພາຕ່ຳ ຍີ່ປຸ່ນ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori (ເບື້ອງຊ້າຍ)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນຕັ້ງໜ້າຂອງສະພາຕ່ຳ ຍີ່ປຸ່ນ ສຳລັບການພົວພັນລະຫວ່າງ 2 ປະເທດ; ແລະເນັ້ນໜັກວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງ ກັບຍີ່ປຸ່ນ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະ ໂລກ.

ສ່ວນທ່ານປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori ຢັ້ງຢືນວ່າ ທ່ານເອງ ແລະ ສະພາຕ່ຳ ຍີ່ປຸ່ນ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ ແລະ ບຸລິມະສິດສູງ, ຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຮ່ວມມື ເສດຖະກິດ - ການຄ້າ, ການສຶກສາ ແລະ ການພົວພັນແລກປ່ຽນປະຊາຊົນ…,  ສະແດງຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການການຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ  ເພື່ອແນໃສ່ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບບົນພື້ນຖານກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ