ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ - ảnh 1
ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ
ແລະ ຄະນະຜູ້ແທນລາວ
(ພາບ: cand.com.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 16/3, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດລາວ ທອງ​ລຸນ ສີ​ສຸ​ລິດ ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ຕີ​ລາຄາ​ສູງ​ໝາ​ກຜົນ​ການ​ຢ​້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຂອງ​ຄະນະ​ຢູ່​ຫວຽດນາມ ກໍ​ຄື​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ 2 ​ກະຊວງ​ການ​ຕ່າງປະ​ເທດຂອງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຫວັງ​ວ່າ 2 ກະຊວງ​ການ​ຕ່າງປະ​ເທດຂອງ 2 ປະ​ເທດ​ຈະ​ສືບ​ຕໍ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ, ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ເພື່ອ​ປະຕິບັດ​​ຂໍ້​ຕົກລົງ​ຕາງໆລະຫວ່າງ ການ​ນຳ​ຂັ້ນ​ສູງຂອງ​ 2 ພັກ, 2 ລັດ ຢ່າງ​ມີ​ປະສິດທິ​ຜົນ, ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​​ເຄື່ອນໄຫວ​ຂອງ “ປີ​ແຫ່ງ​ຄວາມ​ສາມັກຄີ, ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ” ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ​ເລິກ​ເຊິ່ງກ່ວາ​ອີກ.

ຂ່າວ/ບົດ​ອື່ນ