ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງຢ້ຽມຢາມແລະເຮັດວຽກຢູ່ ເມືອງໝີຊວຽນ ແຂວງຊອກຈັງ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງຢ້ຽມຢາມແລະເຮັດວຽກຢູ່ ເມືອງໝີຊວຽນ ແຂວງຊອກຈັງ - ảnh 1
ທ່ານ​ເລຂາທິການ​ໃຫຍ່ຫງວຽນ​ຟູ​ຈ້ອງ​ເຮັດ​ວຽກ​ກັບ​ການ​ນຳ
ຕາ​ແສງ ງອກ​ໂຕ, ເມືອງ​ໝີ​ຊວຽນ, ແຂວງ​ຊອກ​ຈັງ
ພາບ:vov

(vovworld) -   ​ໂດຍ​ສືບ​ຕໍ່​ປະຕິບັດງານ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້​ຂອງ​ຫວຽດນາມ, ວັນ​ທີ 9/3, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ລົງຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່​ແຂວງ ຊອກ​ຈັງ ກ່ຽວ​ກັບ​ສະພາບ​ການປະຕິບັດ​ໜ້າ​ທີ່​ເສດຖະກິດ - ສັງຄົມ, ການປ້ອງ​ກັນຊາ​ດ - ປ້ອງ​ກັນຄວາມ​ສະຫງົບ, ກໍ່ສ້າງ​ພັກ ​ແລະ ລະບົບ​ການ​ເມືອງ, ວຽກ​ງານ​ກະກຽມ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກທຸກ​ຂັ້ນ. ຕອນ​ເຊົ້າວັນ​ດຽວ​ກັນ, ​ເມື່ອ​ຊອກ​ຮູ້​ຄວາມ​​ຈິງ​ຢູ່​ຕາ​ແສງ ງອກ​ໂຕ ​ແລະ ​ເມືອງ ໝີຊວຽນ,  ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຍາດ​ເວລາ​ສ່ວນ​ຫຼາຍ​ເພື່ອແລກປ່ຽນ​ບັນດາ​ບົດຮຽນ​ກ່ຽວ​ກັບ​ປະສິດທິ​ຜົນຂອງຮູບ​​ແບບການ​ຜະລິດ, ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ບັນດາການປ່ຽນ​ແປງໃນ​ຊີວິດ​ເປັນ​ຢູ່​ຂອງ​ປະຊາຊົນ​ພາຍຫລັງ​​ປະຕິບັດ​​ໂຄງການນີ້. ທ່ານ​ເລຂາທິການ​ໃຫຍ່​​ເນັ້ນ​ໜັກ​ວ່າ: ຕາ​ແສງ ​ແລະ ​ເມືອງ ​ຕ້ອງ​ຕັ້ງໜ້າ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນ​ລະ​ບົດ​ໃໝ່​ຢ່າງຮອບດ້ານ, ບໍ່​ພຽງ​ແຕ່ ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງເທົ່າ​ນັ້ນ, ​ຫາກຍັງ​ເປັນ​ບັນຫາ​ສ້າງ​ມະນຸດ ປ່ຽນ​ແປງ​ຈີນຕະນາ​​ການ​ໃນ​ການ​ຜະລິດ​ເພື່ອ​​ໃຫ້ປະຊາຊົນ​ໄດ້ຊົມ​ໃຊ້ໝາກຜົນ​ຢ່າງ​​ແທ້​ຈິງ ​ແລະ ໝັ້ນຄົງ​ອີກ​ດ້ວຍ.

     ແລະ​ກໍໃນ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ້​ຈ້ອງ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ຜູ້​ແທນ​ໃນ​ຄະ​ນະ​ປະ​ຈຳ​ການ, ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ແຂວງ ຊອກ​ຈັງ, ໂດຍ​ພະ​ອາ​ຈານ​ມະ​ຫາ ເຢືອງ​ເຍີນ​ເປັນ​ຫົວ​ໜ້າ​ຄະ​ນະ. ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ້​ຈ້ອງ ໄດ້​ສະ​ແດງ​ຄວາມ​ເຊື້ອ​ໝັ້ນ​ວ່າ ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ແຂວງ ຊອກ​ຈັງ ສຶບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ ແລະ ກົດ​ໝາຍ​ຂອງ​ລັດ​ເປັນ​ຢ່າງດີ. ທ່ານ​ຫວັງ​ວ່າ ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ແຂວງ ຊອກ​ຈັງ ຈະ​ເປັນ​ແບບ​ຢ່າງ, ສາ​ມັກ​ຄີ​ກັບ​ສະ​ມາ​ຄົມ​ສາ​ສະ​ໜາ​ອື່ນໆ ແລະ ປະ​ຊາ​ຊົນ​ເພື່ອກໍ່​ສ້າງ​ແຂວງ​ຊອກ​ຈັງ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ​ສວຍ​ງາມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ກິດ​ຈະ​ການ​ສ້າງ​ສາ​ປະ​ເທດ​ຊາດ​ເພື່ອ​ຈຸດ​ໝາຍ​ປະ​ຊາ​ຊົນ​ຮັ​່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸດ​ຕິ​ທຳ ແລະ ສີ​ວິ​ໄລ​.

 


ຂ່າວ/ບົດ​ອື່ນ