ທ່ານເລຂາທິການໃຫຍ່ລາວບຸນຍັງວໍລະຈິດ
ຮຽກຮ້ອງຫັນກອງທັບເປັນທັນສະໄໝ
(ພາບ: KPL)
(vovworld) - ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຮຽກຮ້ອງຫັນເປັນທັນສະໄໝ ແລະ ເພີ່ມທະວີກຳລັງຄວາມສາມາດຂອງກອງທັບປະຊາຊົນ ລາວ, ພ້ອມທັງສົ່ງເສີມພົນທະຫານຮັກສາດ້ານການເມືອງ ແລະ ຄວາມສະຫງົບປອດໄພແຫ່ງຊາດ ໄວ້ຢ່າງໝັ້ນຄົງ ເພື່ອຮັບໃຊ້ວິວັດທະນາການພັດທະນາເສດຖະກິດ, ສັງຄົມ, ໜັງສືພິມ Vientiane Times ຂອງ ລາວ ສະບັບອອກວັນທີ 26/12 ໃຫ້ຂ່າວວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຍົກຄຳເຫັນດັ່ງກ່າວຢູ່ກອງປະຊຸມທີ່ໄດ້ຈັດຕັ້ງໃນທ້າຍອາທິດຜ່ານມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ເນັ້ນໜັກວ່າ ກອງທັບມີບົດບາດແມ່ນກຳລັງສຳຄັນຍິ່ງໃນວິວັດແຫ່ງການຜັນຂະຫຍາຍ 2 ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ພັດທະນາປະເທດຊາດ.