ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບ ທ່ານນາຍົກລັດຖະມົນຕີ
ຄູເວດ Sheikh Jaber Mubarak Al – Hammad Al – Sabad
(ພາບ: TTXVN)
(vovworld) – ທີ່ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຄູເວດ Sheikh Jaber Mubarak Al – Hammad Al – Sabad ໃນຕອນບ່າຍວັນທີ 06/05 ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ສະແດງຄວາມປະຕິຊົມຊື່ນ ເມື່ອເຫັນວ່າການພົວພັນລະຫວ່າງ 2 ປະເທດ ຫວຽດນາມ ແລະ ຄູເວັດໄ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນຕະຫລອດ 40 ປີຜ່ານມາ, ພິເສດແມ່ນໃນຂົງເຂດການເມືອງ - ການທູດ, ການລົງທຶນ, ການຄ້າ. ທ່ານເລຂາທິການໃຫຍ່ ສະເໜີວ່າ ໃນໄລຍະຈະມາເຖິງ 2 ປະເທດຄວນຍູ້ແຮງການພົວພັນຮ່ວມມື 2 ຝ່າຍໃນບັນດາຂົງເຂດ ເຊິ່ງ 2 ຝ່າຍມີທ່າແຮງກ່ວາອີກ ເພື່ອໃຫ້ການຮ່ວມມືເຂົ້າສູ່ລວງເລິກ, ນຳເອົາະສິດທິຜົນອັນແທດຈິງມາໃຫ້ແຕ່ລະຝ່າຍ, ເພື່ອຜົນປະໂຫຍດລວມຂອງປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.
ສ່ວນທ່ານນາຍົກລັດຖະມົນຕີ ຄູເວດ Sheikh Jaber Mubarak Al - Hammad Al - Sabad ໄດ້ແຈ້ງໃຫ້ຊາບໝາກຜົນແຫ່ງການເຮັດວຽກກັບບັນດາການນຳ ຫວຽດນາມ; ສະແດງຄວາມປາດຖະໜາຢາກ ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດການລົງທຶນ, ພະລັງງານ, ການຄ້າ, ການສຶກສາ ແລະ ບຳລຸງສ້າງ.