ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຮັດວຽກກັບຄະນະປະຈຳຄະນະພັກນະຄອນເກີນເທີ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຮັດວຽກກັບຄະນະປະຈຳຄະນະພັກນະຄອນເກີນເທີ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 15/09, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ນະຄອນ ​ເກີນ​ເທີ ກ່ຽວ​ກັບ​ເລື່ອງ​ສະຫລຸບ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 45-ມຕ/ສກ, ອອກ​ວັນ​ທີ 17/02/2005 ຂອງ​ກົມ​ການ​​ເມືອງ​ຊຸດ​ທີ 9 ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ນະຄອນ ​ເກີນ​ເທີ ​ໃນ​ໄລຍະ​ຫັນ​ເປັນ​ປະ​ເທດ​​ອຸດ​ສາ​ຫະ​ກ​ຳ ​ແລະ​ ທັນ​ສະ​ໄໝ. ​ເມື່ອ​ສະຫລຸບ​ການ​ເຮັດ​ວຽກ ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ ​ເກີນ​ເທີ ​ເສີມ​ຂະຫຍາຍ​ບັນດາ​ແຫຼ່ງກຳລັງ, ທ່າ​ແຮງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ຊອກ​ຫາກຳລັງ​ໜູນ​ໃໝ່ ​ເພື່ອກໍ່ສ້າງ ​ແລະ ພັດທະນາ​ນະຄອນ ​ໃຫ້ກາຍ​ເປັນ​ໃຈກາ​ງ​ເສດຖະກິດ - ສັງ​ຄົມ​ໃຫຍ່​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ໜັກ​ວ່າ: ​ເກີນ​ເທີ ມີ​ມູນ​ເຊື້ອ​ປະຫວັດສາດ, ປະຕິວັດ; ມີ​ຄວາມ​ສາມາດ​ບົ່​ມຊ້ອນ​ຫລາຍ​ຢ່າງ, ມີທ່າ​ແຮງ ​ເພື່ອ​ກາຍ​ເປັນ​ກຳລັງ​ໜູນ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ກົມ​ການ​ເມືອງຈະ​ມີ​ຄຳ​ສະຫລຸບ​ການ​ເຮັດ​ວຽກ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ບັນດາ​ອົງການ​​ມີສິດ​ອຳນາດ ສືບ​ຕໍ່​ພິຈາລະນາ, ​ແກ້​ໄຂ​ດ້ວຍ​ຈຸດໝາຍ​ສູງ​ສຸດ ​ເພື່ອ​ໃຫ້​ ​ເກີນ​ເທີ ມີ​ແຫຼ່ງກຳລັງ, ກຳລັງ​ໜູນ​​ໃໝ່​ໃຫ້​ແກ່​ການ​ພັດທະນາ.

ຂ່າວ/ບົດ​ອື່ນ