ທ່ານເອກອັກຄະລັດຖະທູດຫວຽນກາວຟອງຍື່ນສານຕາຕັ້ງຕໍ່ທ່ານນາງ Julie Payette ຜູ້ມີອຳນາດເຕັມແຫ່ງການາດາ

(VOVWORLD) -ວັນທີ 16 ກໍລະກົດ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມກາວຟອງ ໄດ້ຍື່ນສານຕາຕັ້ງຕໍ່ທ່ານນາງ Julie Payette, ຜູ້ມີອຳນາດເຕັມແຫ່ງການາດາ ຕາມຮູບແບບທາງອອນລາຍ.

ທ່ານເອກອັກຄະລັດຖະທູດຫວຽນກາວຟອງຍື່ນສານຕາຕັ້ງຕໍ່ທ່ານນາງ Julie Payette ຜູ້ມີອຳນາດເຕັມແຫ່ງການາດາ  - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມກາວຟອງ

(ພາບ: TTXVN)

ເມື່ອໂອ້ລົມກັບທ່ານເອກອັກຄະລັດຖະທູດ ຟ້າມກາວຟອງ, ທ່ານນາງ Julie Payette ໄດ້ສະແດງອາລົມຈິດຄວາມຮັກແພງຕໍ່ປະເທດຫວຽດນາມ, ຫວນຄືນການພົບປະກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວັນຟຸກ ເມື່ອທ່ານໄປຢ້ຽມຢາມການາດາ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເມືອປີ 2018 ແລະ ປາດຖະໜາວ່າ, ທ່ານເອກອັກຄະລັດຖະທູດ ຟ້າມກາວຟອງ ຈະປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃຫ້ພັດທະນາກວ່າອີກໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ