ທ່ານເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ Ted Osius
ແລະ ປະທານຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ
(vovworld) – ຕອນບ່າຍວັນທີ 8/6, ທ່ານເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ Ted Osius ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນເກີ່ນເທີ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Ted Osius ຕີລາຄາສູງບັນດາທ່າແຮງຂອງເກີ່ນເທີ ໃນການປຽບທຽບກັບບັນດາທ້ອງຖິ່ນໃນຂອບເຂດ. ດ້ວຍທີ່ຕັ້ງພູມສາດສະດວກ, ມີຄວາມສາມາດບົ່ມຊ້ອນດ້ານການຜະລິດ ຜະລິດຕະພັນກະເສດ, ບັນດາກິດຈະກຳທີ່ມີຢູ່ແລ້ວພວມເສີມຂະຫຍາຍຄຸນປະໂຫຍດຄື: ທ່າກຳ່ປັ່ນ, ສະໜາມບິນເກີ່ນເທີ ໄດ້ ແລະ ພວມຊ່ວຍເຫຼືອທ້ອງຖິ່ນດຶງດູດແຫຼ່ງກຳລັງທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມການລົງທຶນໄດ້ຫຼາຍ. ຍ້ອນເຫດນັ້ນ, ບັນດາວິສາຫະກິດ ອາເມລິກາ ໄດ້ ແລະ ພວມຊອກຫາກາລະໂອກາດ ເພື່ອຮ່ວມມືກັບບັນດາທ້ອງຖິ່ນ, ໃນນັ້ນ ມີນະຄອນເກີ່ນເທີ. ທ່ານເອກອັກຄະລັດຖະທູດ Ted Osius ເນັ້ນໜັກວ່າ:
ເມື່ອເວົ້າເຖິງບັນຫາພັດທະນາເສດຖະກິດ, ຫວຽດນາມ ແລະ ອາເມລິກາ ພວມໃນວິວັດການເຈລະຈາກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດຍຸດທະສາດຂ້າມປາຊີຟີກ (TPP) . ຖ້າຫາກສຳເລັດຜົນ ຈະຊຸກຍູ້ພື້ນຖານເສດຖະກິດຫວຽດນາມ ແລະ ພິເສດແມ່ນເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ. ໜຶ່ງໃນບັນດາເສົາຄ້ຳໃນສັນຍາຮ່ວມມືລະຫວ່າງຫວຽດນາມ ແລະ ອາເມລິກາ ແມ່ນການຮ່ວມມື ດ້ານການສຶກສາລະຫວ່າງ 2 ປະເທດ. ໃນນັ້ນ, ມະຫາວິທະຍາໄລເກີ່ນເທີ ແມ່ນສູນສຶກສາໃຫຍ່. ແລະ ການຮ່ວມມືຢ່າງລະອຽດຂອງພວກເຮົາຢູ່ຫວຽດນາມ ແມ່ນການລົງທຶນໃຫ້ອະນາຄົດ.
ແທງຕູ່ງ,ນັກຂ່າວ VOV ປະຈຳເກີ່ນເທີ