ທາບທາມຄຳເຫັນດ້ານການເມືອງລະຫວ່າງຫວຽດນາມແລະສະຫະພັນລັດເຊຍ

ທາບທາມຄຳເຫັນດ້ານການເມືອງລະຫວ່າງຫວຽດນາມແລະສະຫະພັນລັດເຊຍ - ảnh 1

(vovworld)-ທີ່​ການ​ທາ​ບທາມ​ຄຳ​ເຫັນ​ດ້ານ​ການ​ເມືອງ​ປະ​ຈຳປີ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ​ໃນ​ວັນ​ທີ 15/10 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ບຸ່ຍ​ແທງ​ເຊີນ ​ແລະ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຊ Igor Morgulov ​ໄດ້​ແລກປ່ຽນ, ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ ​ໃນ​ທຸກ​ຂົງ​ເຂດ.

       ສອງ​ຝ່າຍ​ໄດ້​ແລກປ່ຽນ ​ແລະ ສຳ​ຫລວດ​ກວດຄືນ​ສະພາບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ບັນດາ​ຂົງ​ເຂດ, ຊື່​ງລວມມີ: ການ​ເມືອງ ການ​ຕ່າງປະ​ເທດ, ​ເສດຖ​ະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ, ການ​ສຶກສາ - ບຳລຸງ​ສ້າງ, ວິທະຍາສາດ​ເຕັກນິກ, ພະລັງງານ, ນຳ້ມັນ​ອາຍ​ແກ​ສ, ​ເຫັນ​ດີ​ຊຸກຍູ້​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ຈຸດ​ສຸມ,ສືບ​ຕໍ່​ສຳ​ເລັດ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ. ສອງ​ຝ່າຍ​ກໍ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ, ສະພາບ​ການ​ອາຊີ ປາຊີ​ຟີ​ກ ​ແລະ ບັນດາ​ບັນຫາ​ອື່ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເຫັນ​ດີ​ສືບ​ຕໍ່​ຮັກສາ​ມູນ​ເຊື້ອ​ແຫ່ງ​ການ​ປະສານສົມທົບ​​ຢ່າງ​ດີງາມ​ລະຫວ່າງ​ສອງ​ປະ​ເທດ, ​ເພື່ອ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ສອງ​ຝ່າຍ​ໃນ​ເວທີ​ສາກົນ.

ຂ່າວ/ບົດ​ອື່ນ