ນັກຂ່າວ VOV5 ຍາດໄດ້ລາງວັນພິເສດໃນການເສັງ “ພ້ອມກັນ ປະດິດຄິດສ້າງ”

ນັກຂ່າວ VOV5 ຍາດໄດ້ລາງວັນພິເສດໃນການເສັງ “ພ້ອມກັນ ປະດິດຄິດສ້າງ” - ảnh 1
(ນາງສາວ​ລັດ​ເຊຍ ສວນ​ມບົດ​ຕົວ​ລະຄອນ​ໃນ​ຟິມຮູບ​ເງົາ ດ້ຽນບຽນ​ຟຸ)

(vovworld) – ​ໂດຍ​ໄດ້​ຄະ​ແນນ​ລື່ນ​ກາຍ​ບົດ​ເສ​ັງ 2000 ບົດ​ຂອງ​ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ເສັງທີ່​ມາ​ຈາກ 19 ປະ​ເທດ 49 ພາກ​ພື້ນ​ຂອງ​ລັດ​ເຊຍ, ບົດ​ສາລະ​ຄະດີ “ນາງສາວ​ລັດ​ເຊຍ ສວນ​ມບົດ​ຕົວ​ລະຄອນ​ໃນ​ຟິມຮູບ​ເງົາ ດ້ຽນບຽນ​ຟຸ” ຊຶ່ງ​ແມ່ນ​ປະ​ເພດ​ລາຍການ​ກະຈາຍສຽງ​ຂອງ​ນັກ​ຂ່າວ ຫວູຮ່ວາຍ​ມີ, ພວມ​ເຮັດ​ວຽກ​ຢູ່​ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ (VOV5), ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ຍາດ​ໄດ້​ລາງວັນ​ພິ​ເສດ​ໃນ​ການ​ເສັງ “ພ້ອມ​ກັນ​ປະດິດ​ຄິດ​ສ້າງ” ​ໂດຍ​ກອງ​ທຶນ “​ໂລກ​ລັດ​ເຊຍ” ຈັດ​ຕັ້ງ. ລາງວັນ​ໄດ້​ມອບທີ່​ການ​ພົບ​ປະ ​ແລະ ​ພິທີ​ມອບ​ລາງວັນ​ໃຫ້​ແກ່​ບັນດາ​ນັກ​ຂ່າວ​ເຂົ້າ​ຮ່ວມ​ການ​ເສັງ, ​ເຊິ່ງດຳ​ເນີນ​ໃນ​ຕອນ​ຄໍ່າ​ວັນ​ທີ 02/11, ຢູ່​ນະຄອນ Sochi, ສະຫະພັນ​ລັດ​ເຊຍ.

        ກອງ​ປະຊຸມ​ຄັ້ງ​ທີ 8 ກອງ​ທຶນ “​ໂລກ​ລັດ​ເຊຍ” ດຳ​ເນີນ​ໃນ​ວັນ​ທີ 02 – 04/11, ​ແມ່ນ​ການ​ເຄື່ອນ​ໄຫວ​ໃຫຍ່​ກວ່າ​ໝູ່​ໃນ​ປີ​ຂອງ​ກອງ​ທຶນ “​ໂລກ​ລັດ​ເຊຍ” ​ແລະ ​ເພື່ອ​ແນ​ໃສ່​ສະ​ເຫຼີມສະ​ຫຼ​ອງວັນ​ສາມັກຄີ​ຊົນ​ຊາດ. ​ເວທີ​ປາ​ໄສ​ສາກົນ​ໃຫຍ່​ນີ້ ​ໄດ້​ຈັດ​ຂຶ້ນ​ປະຈຳ​ປີ ​ເພື່ອ​ແນ​ໃສ່​ສົມທົບ​ບັນດາ​ຄວາມ​ມານະ​ພະຍາຍາມ​ປົກ​ປັກ​ຮັກສາ ​ແລະ ​ເຜີຍ​ແຜ່​ບັນດາ​ມໍ​ລະ​ດົກ​ວັດທະນະທຳ ​ແລະ ປະຫວັດສາດ​ຂອງ​ພື້ນຖານ​ອະລິຍະ​ທຳ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ