(vovworld) - ວັນທີ 30/1, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນກັບນັກຂ່າວຕ່າງປະເທດ ປະຈຳ ຮ່າໂນ້ຍ ແລະ ຜູ້ຮັບຜິດຊອບການຂ່າວຂອງບັນດາອົງການທູຕານຸທູດ ປະຈຳຫວຽດນາມ ເນື່ອງໃນໂອກາດປີໃຫມ່ 2013. ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນເຟືອງງາ ສະແດງຄວາມຂອບອົກຂອບໃຈຕໍ່ການຮ່ວມມືຢ່າງມີປະສິດທິຜົນຂອງບັນດາອົງການສື່ມວນຊົນຕ່າງປະເທດ ແລະ ບັນດາອົງການທູຕານຸທູດ ປະຈຳ ຫວຽດນາມ ໃນການສົ່ງພາບພົດປະເທດ ຫວຽດນາມ ທີ່ເຕັມສ່ວນ ແລະ ແທ້ຈິງ, ນະໂຍບາຍການພົວພັນພາຍໃນປະເທດ ແລະ ກັບຕ່າງປະເທດຂອງລັດ ຫວຽດນາມ, ບັນດາຜົນງານຊ່ຶ່ງປະຊາຊົນ ຫວຽດນາມ ຍາດມາໄດ້ໃນປີ 2012 ເຖິງປະຊາຄົມໂລກ. ທ່ານນາງ ຫງວຽນເຟືອງງາ ປາດຖະຫນາວ່າ ໃນໄລຍະຈະມາເຖິງ ບັນດາອົງການສື່ມວນຊົນຕ່າງປະເທດ, ອົງການທຸຕານຸທູດ ປະຈຳ ຫວຽດນາມ ຈະສືບຕໍ່ສວມບົດບາດເປັນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ແລະ ໂລກ, ສົ່ງຂໍ້ມູນຂ່າວສານຢ່າງຮອບດ້ານ ແລະ ພາວະວິໄສກ່ຽວກັບຫວຽດນາມ ອອກສູ່ປະຊາຊົນໃນໂລກ. ກະຊວງການຕ່າງປະເທດ ຫວຽດນາມ ຈະສົມທົບກັບບັນດາອົງການກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆ ສ້າງເງື່ອນໄຂສະດວກດີທີ່ສຸດ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການເຄື່ອນໄຫວສື່ຂ່າວໃຫ້ແກ່ບັນດານັກຂ່າວ, ອົງການສື່ມວນຊົນ ແລະ ອົງການທູຕານຸທູດ ປະຈຳ ຫວຽດນາມ.