ນັກທຸລະກິດ,ຊາວຫວຽດນາມອາໄສຢູ່ຕ່າງປະເທດເກືອບ140ຄົນຊອກຫາກາລະໂອກາດລົງທຶນຢູ່ວິ້ງຟຸກ

ນັກທຸລະກິດ,ຊາວຫວຽດນາມອາໄສຢູ່ຕ່າງປະເທດເກືອບ140ຄົນຊອກຫາກາລະໂອກາດລົງທຶນຢູ່ວິ້ງຟຸກ - ảnh 1
ພິ​ທີ​ພົບ​ປະ​ກັນບັນ​ດາ​ນັກ​ທຸ​ລະ​ກິດຊາວ​​ຫວຽດ​ນາມ ອາ​ໄສ​ຢູ່ຕ່າງ​ປະ​ເທດ
(ພາບ: TTXVN)

(vovworld) –​ ຕອນ​ຄ່ຳ​ວັນ​ທີ 28/12, ຢູ່​ແຂວງ ວິ້ງ​ຟຸກ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ຈັດ​ພິ​ທີ​ພົບ​ປະ​ກັນບັນ​ດາ​ນັກ​ທຸ​ລະ​ກິດຊາວ​​ຫວຽດ​ນາມ ອາ​ໄສ​ຢູ່ຕ່າງ​ປະ​ເທດ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ຄັ້ງຕໍ່​ໄປ​ຂອງ​ລາຍ​ການ​ໂອ້​ລົມ​ສົນ​ທະ​ນາ “ວິ​ສາ​ຫ​ະ​ກິດ, ນັກ​ທຸ​ລະ​ກິດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ພ້ອມ​ກັ​ນ​ພັດ​ທະ​ນາ​ປະ​ເທດ​ຊາດ”, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງນັກ​ທຸ​ລະ​ກິດ​, ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ 18​ ປະ​ເທດ​ເກືອບ 140 ຄົນ. ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ຜູ້​ຕາງ​ໜ້າ​ນັກ​ທຸ​ລະ​ກິດ, ຊາວ​ຫວຽດ​ນາມ ທີ່​ດີ​ເດັ່ນຢູ່​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ ໄດ້​ຍົກ​ອອກ​ຂໍ້​ສະ​ດວກ, ຄວາມ​ຫຍຸ້ງ​ຍາກ​ເມື່ອ​ລົງ​ທຶນ​ຢູ່​ຫວຽດ​ນາມ; ແລກ​ປ່ຽນ​ຄຳ​ເຫັນ, ບົດ​ຮຽນ​​ພຶດ​ຕິ​ກຳ​ຕົວ​ຈ​ິງ​ໃນ​ການ​ເຄື່ອນ​ໄຫວ​ລົງ​ທຶນ, ກ​ໍ​ຄື​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ, ​ນະ​ໂຍ​ບາຍ​ກັບອົງ​ການ​ຄຸ້ມ​ຄອງ​ພາຍ​ໃນ​ປະ​ເທດ ແລະ ແຂວງ ວິ້ງ​ຟຸກ ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ພໍ່​ແມ່​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ເມືອ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​​ຢ່​ູ​ພາຍ​ໃນ​ປະ​ເທດ.

ຂ່າວ/ບົດ​ອື່ນ