ນັກທຸລະກິດອົດສຕາລີ ຕີລາຄາສູງ ຄຸນນະພາບສິນໃນນ້ຳຂອງຫວຽດນາມ

ນັກທຸລະກິດອົດສຕາລີ ຕີລາຄາສູງ ຄຸນນະພາບສິນໃນນ້ຳຂອງຫວຽດນາມ - ảnh 1
( ພາບປະກອບ )

( vovworld ) -    ຄຸນ​ນະພາ​ບສິນ​ໃນ​ນ້ຳຂອງ​ຫວຽດນາມ ດີ​​ແທ້ໆ, ນັບ​ທັງ​ລາຄາ​ກໍ​ບໍ່​ສູງ ​ແຕ່​ ຮັບປະກັນຄຸນ​ນະພາ​ບ​, ນີ້​ແມ່ນ​ການ​ຕີ​ລາຄາ​ຂອງ​ທ່ານ Norman Grant, ປະທານ​ສະຫະ​ສະມາຄົມ​ນຳ​ເຂົ້າ​ສິນ​ໃນ​ນ້ຳ​ອົດ​ຕາລີ, ກ່ຽວ​ກັບ​ສິນ​ໃນ​ນ້ຳ​ຫວຽດນາມ. ຕາມ​ທ່ານ Norman, ຫວຽດນາມ ​ໄດ້​ປະ​ຕິ​ບັດ​ວຽກ​ງານການກວດ​ພະຍາດ, ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລ້ຽງ​ສັດ, ​ເລີ່​ມຈາກ​ນັ້ນ ​ແມ່ນ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ສິນ​ໃນ​ນ້ຳ​ທີ່​ມີ​ຄຸນ​ນະພາ​ບ, ​ດ້ວຍ​ລາຄາ​ເໝາະສົມ. ທ່ານ Norman ຖື​ວ່າ, ມີ​ວິ​ສາ​ຫະກິດ​ອົດສຕາ​ລີ ຫຼາຍ​ແຫ່ງ​ພວມ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ດ້ານ​ທຶນຮອນ ​ແລະ ​ໃຫ້​ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ​ແກ່​ຫວຽດນາມ ​ເພື່ອ​ພັດທະນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກວ່າ​ອີກ. ສະຫະ​ສະມາຄົມ​ນຳ​ເຂົ້າ​ສິນ​ໃນ​ນ້ຳ​ອົດ​ຕາລີ ກໍ​ຈະ​ດຳ​ເນີນ​ບາງ​ໂຄງການ​ແລກປ່ຽນ, ຢ້ຽມຢາມ, ​ເພີ່ອ​ຖ່າຍທອດພາບ​ພົດ​ປະ​ເທດ​ຫວຽດນາມ ທີ່​ມີ​ຄວາມ​ເຂັ້ມ​ແຂງທາງ​ດ້ານ​ຜະລິດ​ຕະພັນ​ສິນ​ໃນ​ນ້ຳ​ເຖິງ​ລັດຖະບານ ​ແລະ ປະຊາຊົນ​ອົດສຕາ​ລີ. ທ່ານ Norman ​ເນັ້ນ​ໜັກ​ວ່າ, ຝ່າຍ​ຫວຽດນາມ ກໍ​ຄວນ​ລົງທຶນ​ຫຼາຍ​ກວ່າ​ໃຫ້​ແກ່​ການ​ໂຄສະນາ​ຂະ​ແໜງ​ສິນ​ໃນ​ນ້ຳ ​ເພື່ອ​ໃນ​ລັດຖະບານ ​ແລະ ປະຊາຊົນ​ອົດ​ຕາລີ ​ເຂົ້າ​ໃນ​ແຈ້ງ​ກວ່າ​ກ່ຽວ​ກັບ​ຄຸນ​ນະພາ​ບສິນ​ໃນ​ນ້ຳຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ