ນັກປັນຍາຊົນໜຸ່ມຮ່ວມມືຄົ້ນຄ້ວາວິທະຍາສາດໃນຂົງເຂດເສດຖະກິດແລະສິ່ງແວດລ້ອມ
ພາບປະກອບ
(vovworld) – ຕອນບ່າຍວັນທີ 11/2, ສູນພັດທະນາວິທະຍາສາດ ແລະ ເຕັກໂນໂລຢີໜຸ່ມຂຶ້ນກັບຄະນະຊາວໜຸ່ມນະຄອນ ໂຮຈີມິນ ແລະ ສູນຄົ້ນຄ້ວາເສດຖະກິດຄຸ້ມຄອງສິ່ງແວດລ້ອມ ຫວຽດນາມ ໄດ້ເຊັນສັນຍາຮ່ວມມືພັດທະນາການເຄື່ອນໄຫວສຶກສາ, ບຳລຸງສ້າງ, ຄົ້ນຄ້ວາວິທະຍາສາດໃນຂົງເຂດເສດຖະກິດ ແລະ ສິ່ງແວດລ້ອມ ສຳລັບຖັນແຖວນັກປັນຍາຊົນວິທະຍາສາດໜຸ່ມ. ຕາມນັ້ນແລ້ວ, 2 ຝ່າຍສົມທົບກັນສ້າງຕັ້ງກຸ່ມຄົ້ນຄ້ວາເສດຖະກິດ ແລະ ສິ່ງແວດລ້ອມເພື່ອຜັນຂະຫຍາຍການປະຕິບັດບັນດາຫົວເລື່ອງ, ໂຄງການຄົ້ນຄ້ວາວິທະຍາສາດ... ພ້ອມກັນນັ້ນ, ບັນດານັກຄົ້ນຄ້ວາ ແລະ ບັນດານັກວິທະຍາສາດຂອງສູນຄົ້ນຄ້ວາເສດຖະກິດຄຸ້ມຄອງສິ່ງແວດລ້ອມ ຫວຽດນາມ ກໍ່ຈະເຂົ້າຮ່ວມການຄົ້ນຄ້ວາ ແລະ ແນະນຳໃຫ້ນັກສຶກສາ, ຄູອາຈານໜຸ່ມຂອງສູນພັດທະນາວິທະຍາສາດ ແລະ ເຕັກໂນໂລຢີໜຸ່ມ. ທ່ານດ່ວານກິມແທ່ງ, ຜູ້ອຳນວຍການສູນພັດທະນາວິທະຍາສາດ ເຕັກໂນໂລຢີໜຸ່ມ, ໃຫ້ຮູ້ວ່າ:
“ພວກເຮົາໄດ້ຮັບການຊ່ວຍເຫຼືອຫຼາຍຢ່າງຈາກສັງຄົມ, ວິສາຫະກິດ ກ່ຽວກັບດ້ານການເງິນ, ເສດຖະກິດໃຫ້ແກ່ການເຄື່ອນໄຫວຂອງຂະບວນການຕ່າງໆ. ແຕ່ການຮ່ວມມືນີ້ຍັງລົງເລິກເຂົ້າໃນການຊ່ວຍເຫຼືອຂົງເຂດວິຊາສະເພາະ ກໍ່ຄືການເຊື່ອມຕໍ່ພາຍໃນກັບພາຍນອກ. ດັ່ງນັ້ນ, ການສົມທົບນີ້ໄດ້ສ້າງຄວາມສາມາດເຕົ້າໂຮມຂອງບັນດານັກຄົ້ນຄ້ວາໜຸ່ມ, ສ້າງບາດກ້າວໃໝ່ໃຫ້ສູນພັດທະນາວິທະຍາສາດ , ເຕັກໂນໂລຢີໜຸ່ມ.”