ນັກວິທະຍາສາດຫຼາຍທ່ານທີ່ເຄີຍໄດ້ຮັບລາງວັນNobelຈະມາແຂວງບິ່ງດິງ

ນັກວິທະຍາສາດຫຼາຍທ່ານທີ່ເຄີຍໄດ້ຮັບລາງວັນNobelຈະມາແຂວງບິ່ງດິງ - ảnh 1
ກອງປະຊຸມຂ່າວກ່ຽວກັບ ງານພົ​ບ​ປະ
ກັບ​ຫວຽດ​ນາມ ຄັ້ງ​ທີ 12 ປີ 2016
(ພາບອິນເຕີແນັດ)

(vovworld) –​​ນັກ​ວິ​ທະ​ຍາ​ສາດ 6-8 ທ່ານ ທີ່​ເຄີຍ​ໄດ້​ຮັບ​ລາງວັນ Nobel ຈະ​ມາ​ແຂວງ​ບິ່ງ​ດິງ ເພື່ອ​ເຂົ້າ​ຮ່ວມ “ງານພົ​ບ​ປະກັບ​ຫວຽດ​ນາມ ຄັ້ງ​ທີ 12 ປີ 2016”. ກອ​ງ​ປະ​ຊຸມ “​ງານພົ​ບ​ປະກັບ​ຫວຽດ​ນາມ ຄັ້ງ​ທີ 12 ປີ 2016” ​​​ຈະຈັດ​ຂື້ນ ຢູ່​ນະ​ຄອນ​ກຸຍ​ເຢີນ, ແຂວງ​ບິ່ງ​ດິງ ​ໃນລະ​ຫວ່າງວັນ​ທີ 6-8/7 ທີ່​ສູນ​ວິ​ທະ​ຍາ​ສາດ ແລະ ການ​ສຶກ​ສາ​ລະ​ຫວ່າງ​ຂະ​ແໜງ. ຄາດ​ຄະ​ເນ​ວ່າ​ຈະ​ມີ ນັກ​ວິ​ທະ​ຍາ​ສາດພາຍ​ໃນ​ປະ​ເທດ ແລະ ທົ່ວ​ໂລກ1000 ກວ່າຄົນ ​ເຂົ້າ​ຮ່ວມ, ໃນ​ນັ້ນ​ມີ ນັກ​ວິ​ທະ​ຍາ​ສາດ ​6-8 ​ຄົນ​ແມ່ນ​ເຄີຍ​ໄດ້​ຮັບ​ລາງວັນ Nobel. ພິ​ເສດ, ເຂົ້າ​ຮ່ວມ​​ເຫດການນີ້ ມ​ີ​ການ​ເຂົ້າ​ຮ່ວມ ຂອງ​ປະ​ທານ​​ມະ​ຫາ​ບັນ​ດິດ, ​ປະ​ທານ​ສາ​ພາ​ລາງວັນ Nobel. ໃນ​ໂອ​ກາດນີ້, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ບິ່ງ​ດິງ ຈັດ​ຕັ້ງ​ພິ​ທີ​ເປີດ​ສະຫຼອງ ໄລ​ຍະ 1 ກຸ່ມວິ​ທະ​ຍາ​ສາດ ​ທີ່ໄດ້​ຮັບ​ການກໍ່​ສ້າງ​ໃນ​ບໍ​ລິ​ເວນ ຂອງ​ສູນ​ວິ​ທະ​ຍາ​ສາດ ແລະ ການ​ສຶກ​ສາ​ລະ​ຫວ່າງ​ຂະ​ແໜງ, ດ້ວຍຄ່າ​ໃຊ້​ຈ່າຍກວ່າ 170 ຕື້​ດົ່ງ.

ທ່ານ ໂຮ່ກວັກ​ຢຸງ, ​ປະ​ທານຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ ແຂວງ​ບິ່ງ​ດິງ, ໃຫ້​ຮູ້​ວ່າ: ນີ້​ເປັນ​ໂອ​ກາດ​ໃຫຍ່ທີ່​ສຸດ ເພື່ອ​ໂຄ​ສະ​ນາ​ໂສມ​ໜ້າ ​ ຂອງກຸຍ​ເຢີນ, ແຂວງ​ບິ່ງ​ດິງ ກໍ່​ຄື​ປະ​ເທດ​ຫວຽດ​ນາມ, ແລະກໍ່​ເປັນໂອ​ກາດ ເພື່ອ​ໃຫ້ບັນ​ດາ​ນັກ​ວິ​ທະ​ຍ​າ​ສາດ ພາຍ​ໃນ​ປະ​ເທດ​​ໄດ້ພົບ​ປະ, ສຳ​ຜັດ, ພົບ​ປະ​ ກ​ັບ​ນັກ​ວິ​ທະ​ຍາ​ສາດ​ທີ່​ມີ​ຊື່​ສຽງ​ໃນ​ໂລກ.

ຂ່າວ/ບົດ​ອື່ນ