ນັກຮຽນ ຫວຽດນາມ ທັງ 5 ຄົນລ້ວນແຕ່ຄ້ວາໄດ້ຫຼຽນທີ່ການເສັງ Olympic ຟິຊິກສາດສາກົນປີ 2023

(VOVWORLD) - ນັກຮຽນ ຫວຽດນາມ ທັງ 5 ຄົນລ້ວນແຕ່ຄ້ວາໄດ້ຫຼຽນ, ໃນນັ້ນ, ມີຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ.
ນັກຮຽນ ຫວຽດນາມ ທັງ 5 ຄົນລ້ວນແຕ່ຄ້ວາໄດ້ຫຼຽນທີ່ການເສັງ Olympic ຟິຊິກສາດສາກົນປີ 2023 - ảnh 1ນັກຮຽນ ຫວຽດນາມ 5 ຄົນຄ້ວາໄດ້ຫຼຽນໃນການເສັງ Olympic ຟິຊິກສາດສາກົນ
(ພາບ:TTXVN)

ຕອນຄ່ຳວັນທີ 16 ກໍລະກົດ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ປະກາດກ່ຽວກັບໝາກຜົນທາງການຂອງທິມຊາດ ຫວຽດນາມ ເຂົ້າຮ່ວມການເສັງ Olympic ຟິຊິກສາດສາກົນ (IPhO) ປີ 2023. ຕາມນັ້ນແລ້ວ, ນັກຮຽນ ຫວຽດນາມ ທັງ 5 ຄົນລ້ວນແຕ່ຄ້ວາໄດ້ຫຼຽນ, ໃນນັ້ນ, ມີຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ.

        ການເສັງ IPhO ປີ 2023 ໂດຍຍີ່ປຸ່ນ ເປັນປະເທດເຈົ້າພາບຈັດຂຶ້ນ ແຕ່ວັນທີ 10 – 17 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງຜູ້ສອບເສັງ 398 ຄົນທີ່ມາຈາກ 84 ປະເທດ ແລະ ເຂດແຄ້ວນ. ນີ້ແມ່ນການເສັງ IphO ດ້ວຍຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາ.

ຕອບກັບ

ຂ່າວ/ບົດ​ອື່ນ