ນັກຮຽນ ຮ່າໂນ້ຍ ບັນລຸໝາກຜົນສູງທີ່ການສອບເສັງຄະນິດສາດສາກົນ WMI

(VOVWORLD) - ສິ້ນສຸດການສອບເສັງ, ຄະນະນັກຮຽນ ຫວຽດນາມ ບັນລຸໄດ້ຜົນງານດີເດັ່ນ ເມື່ອນ້ອງນັກຮຽນທັງໝົດ 32/32 ຄົນລ້ວນແຕ່ຍາດໄດ້ລາງວັນ ດ້ວຍລາງວັນພິເດ 3 ລາງວັນ, ລາງວັນທີ່ໜຶ່ງ 9 ລາງວັນ, ລາງວັນທີ່ສອງ 8 ລາງວັນ, ລາງວັນທີ່ສາມ 9 ລາງວັນ ແລະ ລາງວັນຊົມເຊີຍ 3 ລາງວັນ.

ການສອບເສັງຄະນິດສາດສາກົນ WMI ປີ 2019 ເຊິ່ງດຳເນີນຢູ່ນະຄອນ Fukuoka, ຍີ່ປຸ່ນ ໃນລະຫວ່າງວັນທີ 15 – 19 ກໍລະກົດ. ຕາງໜ້າ ຫວຽດນາມ ເຂົ້າຮ່ວມການສອບເສັງຄັ້ງທຳອິດນີ້ ແມ່ນຄະນະນັກຮຽນຊັ້ນປະຖົມ ແລະ ຊັ້ນມັດທະຍົມຕອນຕົ້ນຂຶ້ນກັບເມືອງ     ຮ່ວານກຽມ, ນະຄອນ ຮ່າໂນ້ຍ ລວມມີນັກຮຽນທັງໝົດ 32 ຄົນ ແລະ ພະນັກງານ, ຄູສອນ 3 ຄົນ. ເຂົ້າຮ່ວມການສອບເສັງນີ້, ມີນັກຮຽນກ່ວາ 1.500 ຄົນ ທີ່ມາຈາກ 23 ປະເທດ ແລະ ເຂດແຄ້ວນໃນໂລກ.

ນັກຮຽນ ຮ່າໂນ້ຍ ບັນລຸໝາກຜົນສູງທີ່ການສອບເສັງຄະນິດສາດສາກົນ WMI - ảnh 1 ນັກຮຽນ ຮ່າໂນ້ຍ ບັນລຸໝາກຜົນສູງທີ່ການສອບເສັງຄະນິດສາດສາກົນ WMI (ພາບ: L.T)

        ສິ້ນສຸດການສອບເສັງ, ຄະນະນັກຮຽນ ຫວຽດນາມ ບັນລຸໄດ້ຜົນງານດີເດັ່ນ ເມື່ອນ້ອງນັກຮຽນທັງໝົດ 32/32 ຄົນລ້ວນແຕ່ຍາດໄດ້ລາງວັນ ດ້ວຍລາງວັນພິເດ 3 ລາງວັນ, ລາງວັນທີ່ໜຶ່ງ 9 ລາງວັນ, ລາງວັນທີ່ສອງ 8 ລາງວັນ, ລາງວັນທີ່ສາມ 9 ລາງວັນ ແລະ ລາງວັນຊົມເຊີຍ 3 ລາງວັນ. ຜົນສຳເລັດຂອງຄະນະນັກຮຽນເມືອງ ຮ່ວານກຽມ, ນະຄອນ ຮ່າໂນ້ຍ ທີ່ຕາງໜ້າໃຫ້ ຫວຽດນາມ ໄປເຂົ້າຮ່ວມການສອບເສັງຄັ້ງນີ້ ໄດ້ສືບທອດບັນດາຜົນງານທີ່ເປັນໜ້າເອກອ້າງທະນົງໃຈຂອງນັກຮຽນນະຄອນຫລວງເວົ້າສະເພາະ ແລະ ນັກຮຽນທົ່ວປະເທດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ