ນະຄອນ ໂຮ່ຈີມິນ ຜັນຂະຫຍາຍສົກຮຽນໃໝ່

ນະຄອນ ໂຮ່ຈີມິນ ຜັນຂະຫຍາຍສົກຮຽນໃໝ່ - ảnh 1
ສົກຮຽນ​ນີ້, ນະຄອນ​ໄດ້​ຍົກ​ລະດັບ, ​ເພີ່​ມ​ຫ້ອງ​ຮຽນ​ໃໝ່ເກືອບ 1.200 ຫ້ອງ
(ພາບປະກອບ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 12/8, ພະ​ແນ​ກສຶກສາ​ນະ​ຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ສົກຮຽນ 2011 – 2012 ​ແລະ ຜັນ​ຂະຫຍາຍວຽກ​ງານ​ໜ້າ​ທີ່​ສົກຮຽນ 2012 – 2013. ສົກຮຽນ 2012 – 2013 ​ຖືກຂະ​ແໜງ​ສຶກສາ ​ແລະ ບຳລຸ​ງສ້າງ​ນະຄອນ ​ໂຮ່ຈີ​ມິນ​ເລືອກ​ເຟັ້ນ​ແມ່ນ “ສົກຮຽນ​ສືບ​ຕໍ່​ປະຕິບັດ​ການ​ປ່ຽນ​ໃໝ່​ຢ່າງຮອບດ້ານ ​ໂຮງຮຽນ​ເປີດ​ກ້ວາງ​ຮູບ​ແບບ​ໂຮງຮຽນ​ກ້າວໜ້າ, ທັນ​ສະ​ໄໝ​, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ​ໂລກ”, ດ້ວຍ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ແມ່ນ: ສືບ​ຕໍ່​ປ່ຽນ​ໃໝ່​ວຽກ​ງານ​ຄຸ້ມ​ຄອງ​ການ​ສຶກສາ, ​ເພີ່ມ​ທະວີ​ການ​ລົງທຶນ​ເບິ່ງ​ແຍງ​ດູ​ແລ​ຖັນ​ແຖວ​ຄູ​ອາຈານ ​ແລະ ພະນັກງານ​ທຸກ​ຂັ້ນ, ພັດທະນາ​ເຄືອ​ຂ່າຍ​ໂຮງຮຽນ​ຫ້ອງ​ຮຽນ, ພື້ນຖານ​ວັດຖຸ​ອຸປະກອນ​ການ​ສຶກສາ. ສົກຮຽນ​​ໃໝ່​ຈະ​ເລີ່​ມ​ແຕ່​ວັນ​ທີ 15/8, ສົກຮຽນ​ນີ້, ນະຄອນ​ໄດ້​ຍົກ​ລະດັບ, ​ເພີ່​ມ​ຫ້ອງ​ຮຽນ​ໃໝ່ເກືອບ 1.200 ຫ້ອງ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ຄວາມ​ດັນ​ກ່ຽວ​ກັບ​ຈຳ​ນວນ​ນັກຮຽນ​ຢູ່​​ແຕ່​ລະ​ຫ້ອງ. ຖັນ​ແຖວ​ຄູ​ອາຈານ​ໄດ້​ເພີ່ມ​ຂຶ້ນ​ເກືອບ 4000 ຄົນຢູ່​ທຸກໆ​ຊັ້ນ​ຮຽນ. ທ່ານ Le Hong Son, ຜູ້ອຳນວຍການ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ນະຄອນ ​ໂຮ​ຈີ​ມິນ ​ໃຫ້​ຮູ້​ວ່າ:

“ວຽກ​ງານ​ກະກຽມ​ໃຫ້​ແກ່​ສົກຮຽນ​ໃໝ່, ກະກຽ​ມພື້ນຖານ​ວັດ​ຖຸ, ຖັນ​ແຖວ​ພະນັກງານ, ພວກ​ຂ້າພະ​ເຈົ້າ​ຮັບປະກັນ​ຢ່າງ​ຄົບ​ຖ້ວນ. ​ເລື່ອງ​ຈັດ​ຕັ້ງ​ຍົກ​ສູງ​ການ​ບຳລຸງ​ສ້າງ​ໃຫ້​ຄູອາຈານ​ໃນ​ຍາມ​ພັກ​ແລ້ງ ພວກ​ຂ້າພະ​ເຈົ້າ​ໄດ​​້ປະຕິບັດ​ສຳ​ເລັດ. ວຽກ​ງານຄັດ​ເລືອກ​ນັກຮຽນ​ຂັ້ນມາ​ຮອດ​ຈຸດ​ເວລາ​ນີ້​ໄດ້​ເປັນ​ປົກກະ​ຕິ, ເພື່ອ​ຮອດ​ວັນ​ທີ 15/8 ພວກ​ນ້ອງ​ນັກຮຽນ​ເຂົ້າ​ຮຽນ. ລະ​ບົບຫ້ອງ​ຮຽນ​, ​ໂຮງຮຽນ ​ໄດ້​ຮັບ​ການ​ກະກຽ​ມ, ພ້ອມ​ແລ້ວ​ທີ່​ສອນ ​ແລະ ຮຽນ​ຮັບປະກັນ​ມີ​ບ່ອນ​ຮຽນ​ຢ່າງ​ຄົບ​ຖ້ວນ​ໃຫ້​ແກ່​ນັກຮຽນ​ໃນ​ນະຄອນ.”

ຂ່າວ/ບົດ​ອື່ນ