ນະຄອນ ໂຮ່ຈີມິນ ແລະ ແຂວງ ສະຫວັນນະເຂດ (ລາວ) ສ້າງຕັ້ງການພົວພັນຮ່ວມມືມິດຕະພາບ

(VOVWORLD) - ເນື່ອງໃນໂອກາດນີ້, ການນຳນະຄອນ ໂຮ່ຈີມິນ ແລະ ແຂວງ ສະຫວັນນະເຂດໄດ້ລົງນາມໃນບົດບັນທຶກຊ່ວຍຈຳສ້າງຕັ້ງສາຍພົວພັນມິດຕະພາບການຮ່ວມມື ລະຫວ່າງ 2 ທ້ອງຖິ່ນ. ຕາມນັ້ນແລ້ວ, 2 ຝ່າຍສ້າງຕັ້ງສາຍພົວພັນມິດຕະພາບການຮ່ວມມື 2 ຝ່າຍ

ວັນທີ 24 ມັງກອນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງນະຄອນ ໂຮ່ຈີມິນ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈີມິນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ພ້ອມກັບຄະນະ, ມີການເຈລະຈາກັບທ່ານ ສັນຕິພາບ ພົມວິຫານ, ເລຂາຄະນະພັກແຂວງ, ເຈົ້າແຂວງແຂວງ ສະຫວັນນະເຂດ ແລະ ບັນດາຜູ້ແທນໃນຄະນະປົກຄອງແຂວງ, ທີ່ການເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາຂອງແຕ່ລະນະຄອນ, ພ້ອມທັງທົບທວນຄືນສະພາບການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ແຂວງ ສະຫວັນນະເຂດ ໃນໄລຍະຜ່ານມາ. ທ່ານເລຂາຄະນະພັກ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ: ນະຄອນ ໂຮ່ຈີມິນ ຍາມໃດກໍ່ເຄົາລົບ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ປັບປຸງ, ພັດທະນາການພົວພັນແບບພິເສດກັບ ສປປ ລາວ ເວົ້າລວມ ແລະ ບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ, ໃນນັ້ນມີການພົວພັນຮ່ວມມືມິດຕະພາບກັບແຂວງ ສະຫວັນນະເຂດ.

        ເນື່ອງໃນໂອກາດນີ້, ການນຳນະຄອນ ໂຮ່ຈີມິນ ແລະ ແຂວງ ສະຫວັນນະເຂດໄດ້ລົງນາມໃນບົດບັນທຶກຊ່ວຍຈຳສ້າງຕັ້ງສາຍພົວພັນມິດຕະພາບການຮ່ວມມື ລະຫວ່າງ 2 ທ້ອງຖິ່ນ. ຕາມນັ້ນແລ້ວ, 2 ຝ່າຍສ້າງຕັ້ງສາຍພົວພັນມິດຕະພາບການຮ່ວມມື 2 ຝ່າຍ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາຄະນະຂະແໜງການ, ອົງການຈັດຕັ້ງມະຫາຊົນເປັນປະຈຳ. 2 ຝ່າຍເຫັນດີຊຸກຍູ້ການຮ່ວມມືຮອບດ້ານໃນທຸກຂົງເຂດ ແລະ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຂອງສອງ ທ້ອງຖິ່ນມາລົງທຶນ, ດຳເນີນທຸລະກິດຢູ່ດິນແດນຂອງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ