ນະຄອນໂຮ່ຈິມິນ ຈະສ້າງທົດລອງຮູບແບບເບິ່ງແຍງດູແລເຄິ່ງກິນນອນໃຫ້ເດັກຕິດເຊື້ອ HIV/AIDS
(ພາບປະກອບ)
(vovworld) – ນະຄອນໂຮ່ຈິມິນ ຈະສ້າງທົດລອງຮູບແບບເບິ່ງແຍງດູແລເຄິ່ງກິນນອນໃຫ້ເດັກຕິດເຊື້ອ HIV/AIDS, ນີ້ແມ່ນໜຶ່ງໃນບັນດາກຳນົດທິດຂອງນະຄອນໂຮ່ຈິມິນ ທີ່ໄດ້ຍົກອອກມາທີ່ກອງປະຊຸມສຳມະນາ “ສ້າງແຜນການເຄື່ອນໄຫວຮ່ວມປົົກປ້ອງເດັກ ຂຶ້ນກັບແຜນຮ່າງ ເພື່ອນຂອງເດັກນະຄອນໂຮ່ຈິມິນ ໄລຍະ 2015 - 2016”, ດຳເນີນໄປໃນຕອນເຊົ້າວັນທີ 13/01 ຢູ່ນະຄອນໂຮ່ຈິມິນ. ລາຍການໂດຍຄະນະຄຸ້ມຄອງແຜນຮ່າງເພື່ອນຂອງເດັກ, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມນະຄອນໂຮ່ຈິມິນ ສົມທົບກັບອົງການ Unicef ປະຈຳຫວຽດນາມ ປະຕິບັດ.
ທ່ານນາງ ເລຮົ່ງລວານ, ຫົວໜ້າໂຄງການປົກປ້ອງເດັກຂອງ Unicef ຖືວ່າ, ນະຄອນໄຮ່ຈິມິນ ຕ້ອງເພີ່ມທະວີການລົງທຶນ, ໜູນຊ່ວຍດ້ານນະໂຍບາຍໃຫ້ລະບົບປົກປ້ອງເດັກ. ເລື່ອງນະຄອນໂຮ່ຈິມິນ ປະຕິບັດທົດລອງຮູບແບບໜູນຊ່ວຍກຸ່ມເປົ້າໝາຍເດັກທີ່ມີຄວາມສ່ຽງໄພສູງແມ່ນຈຳເປັນທ່ານນາງ ເລຮົ່ງລວານ ໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າຈະສຸມໃສ່ໜູນຊ່ວຍນະຄອນໃນການສ້າງການປົກປ້ອງເດັກຢາງຮອບດ້ານ, ຊ່ວຍປ້ອງກັນ, ສະກັດກັ້ນໂດຍໄວ, ຟື້ນຟູ ແລະ ເຊື່ອມໂຍງເຂົ້າກັບວົງຄະນະຍາດໃຫ້ເດັກມີສະພາບຫຍຸ້ງຍາກພິເສດ. ການໜູນຊ່ວຍເດັກຖືກທຳລຸນ, ຖືກຂຸດຮີດ ຈະແມ່ນບັນດາບຸລິມະສິດຈຸດສຸມຂອງພວກຂ້າພະເຈົ້າ, ພ້ອງທັງແມ່ນການປັບປຸງເຄືອຂ່າຍພະນັກງານ, ເພື່ອນຮ່ວມງານເຮັດວຽກງານປົກປ້ອງເດັກ”.