(vovworld) - ພາຍຫຼັງເຄື່ອນໄຫວມາເປັນເວລາ 4 ວັນ, ຕອນຄຳ່ວັນທີ 7/4, ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ ຄັ້ງທີ 9 ປີ 2013 ຖືກອັດລົງ. ວັນບຸນມີຫຼາຍລາຍການໂຄສະນາເຜີຍແຜ່ການທ່ອງທ່ຽວທີ່ມີຊີວິດຊີວາ ແລະ ດຶງດູດດ້ວຍວັດທະນະທຳ, ສິລະປະ, ອາຫານການກິນທີ່ເປັນເອກະລັກສະເພາະຂອງຫຼາຍເຂດພາກ. ຄະນະຈັດຕັ້ງໄດ້ມອບໃບຍ້ອງຍໍ, ຂອງຂວັນໃຫ້ບັນດາຫົວໜ່ວຍທີ່ມີຜົນງານດີເດັ່ນໃນການໂຄສະນາເຜີຍແຜ່ການທ່ອງທ່ຽວ, ບັນດາຮ້ານວາງສະແດງສວຍງາມ, ອາຫານເຍື່ອງທີ່ແຊບນົວ ແລະ ບັນດາຮູບພາບທ່ອງທ່ຽວຫວຽດນາມ ທີ່ສວຍງາມ... ທ່ານ ເຈີນວັນລອງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ ສື່ສານ ທ່ອງທ່ຽວ ຫວຽດ, ຖືວ່າ:
“ຜ່ານການຈັດຕັ້ງວັນບຸນທ່ອງທ່ຽວຫຼາຍເທື່ອ, ຂ້າພະເຈົ້າເຫັນວ່າ: ລາຍການມີຂອບຂະໜາດໃຫຍ່ແຕ່ວຽກງານໂຄສະນາເຜີຍແຜ່ ແລະ ການຈັດຕັ້ງຍັງບໍ່ທັນເປັນເຄື່ອງໝາຍການຄ້າ. ຕ້ອງເຮັດແນວໃດ ເພື່ອໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຮູ້ເຖິງ ແລະ ແຕ່ລະປີເມື່ອຮອດໂອກາດນີ້ເຂົາເຈົ້າຈະມາເຂົ້າຮ່ວມ”
ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ ປີ 2013 ມີຫົວຂໍ້ວ່າ: “ທ່ອງທ່ຽວນະຄອນ ໂຮ່ຈີມິນ: ເຄື່ອງໝາຍການຄ້າ - ການເຊື່ອມໂຍງ - ພັດທະນາ” ໄດ້ດຶງດູດ 80 ຫົວໜ່ວຍເຂົ້າຮ່ວມ ດ້ວຍຮ້ານວາງສະແດງສິນຄ້າ 120 ຮ້ານ.