ນະຄອນໂຮ່ຈີມິນ ເພີ່ມທະວີ ການຮ່ວມມືກັບ Rotterdam ແລະ Manila

(vovworld) - ຕອນ​ບ່າຍ​ວັນ​ທີ 19/3, ​ໃນ​ການ​ຕ້ອນຮັບ​ທ່ານ Ahmed Aboutaleb, ເຈົ້າ​ຄອງ​ນະຄອນ Rotterdam (ປະ​ເທດ ​ໂຮນ​ລັງ), ທ່ານ​ເລຂາຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິ​ນ ​ເລ​ແທງ​ຫາຍ ປາດ​ຖະໜາຢາກ​ຮ່ຳຮຽນ​ເອົາ​ບົດຮຽນ ​ແລະ ຮ່ວມ​ມື​ກັບ ​ໂຮນ​ລັງ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ໃນ​ຂະນະ​ນັ້ນ, ​ໃນ​ການ​ຕ້ອນຮັບ​ເຈົ້າ​ຄອງ​ນະຄອນຫຼວງ Manila (​ປະ​ເທດ Philippinnes) Alfredo S. Lim, ທ່ານ ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ຢືນຢັນ​ວ່າ: ຫວຽດນາມ ​ແລະ Philippinnes ມີ​ການ​ພົວພັນ​ອັນ​ດີງາມ, ນັ້ນ​ແມ່ນ​ພື້ນຖານ​ສະດວກ ​ເພື່ອ​ໃຫ້ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ລະ​ຫວ່າງ 2 ນະຄອນ​ແຮກສ່ຽວ​ແມ່ນ​ນະຄອນ ​ໂຮ່ຈີ​ມິນ ​ແລະ Manila ນັບມື້ນັບ​ບັນລຸ​ຜົນງານ​ຫຼາຍ​ຢ່າງ. ການ​ນຳ​ນະຄອນ Rotterdam (ປະ​ເທດ ​ໂຮນລັງ) ​ແລະ ນະຄອນ Manila (​ປະ​ເທດ Philippinnes) ລ້ວນ​ແຕ່​​ເນັ້ນ​ໜັກ​​ເຖິງບັນດາ​ຂົງ​ເຂດ​ຄວນ​ໄດ້​ຮັບ​ການຍູ້​ແຮງ​​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ນະຄອນ ​ກັບ ນະຄອນ ​ໂຮ່ຈີ​ມິນ ​ແມ່ນ: ການສຶກສາ, ບຳລຸງ​ສ້າງ​ພາສາ​ອັງກິດ, ສະໜອງ​ນ້ຳ, ການທ່ອງ​ທ່ຽວ.​​..​. ສະ​ເພາະ​ໃນ​ຂົງ​ເຂດ​ສຶກສາ, ທ່ານ Alfredo S. Lim ​ໃຫ້​ຮູ້​ວ່າ: Manila ພ້ອມ​ແລ້ວ​ທີ່​ຈະໜູນ​ຊ່ວຍ​ທຶນ​ສຶກສາ​ໃຫ້​ແກ່​ນັກ​ສຶກສາ​ທີ່​ມີ​ເງື່ອນ​ໄຂຢ່າງ​ພຽງພໍ​ເຊິ່ງ​​ນະ​ຄອນ​ໂຮ່ຈີ​ມິນ ສົ່ງ​​ໄປ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ອັນ​ດັບ​ໜຶ່ງ 2 ​ແຫ່ງ​ຂອງ Philipines.

ຕອບກັບ

ຂ່າວ/ບົດ​ອື່ນ