ນະ​ຄອນ​ໂຮ່​ຈີ​ມິນ ແລະ ເຊີນ​ລາ ໄດ້ຮັບ​ຮອງແມ່ນ​ສະ​ມາ​ຊິກ “ເຄືອ​ຂ່າຍ​ນະ​ຄອນ​ຮ່ຳ​ຮຽນ​ທົ່ວ​ໂລກ”

(VOVWORLD) - ນີ້ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນຂອງສາກົນຕໍ່ບັນດາຄວາມມານະພະຍາຍາມ ດີເດັ່ນຂອງບັນດານະຄອນໃນວິວັດການຊຸກຍູ້ການຮ່ຳຮຽນຕະຫຼອດຊີວິດຂອງປະຊາຊົນທຸກຄົນຢູ່ທ້ອງຖິ່ນອີກດ້ວຍ.
ນະ​ຄອນ​ໂຮ່​ຈີ​ມິນ ແລະ ເຊີນ​ລາ ໄດ້ຮັບ​ຮອງແມ່ນ​ສະ​ມາ​ຊິກ “ເຄືອ​ຂ່າຍ​ນະ​ຄອນ​ຮ່ຳ​ຮຽນ​ທົ່ວ​ໂລກ” - ảnh 1ພາບປະກອບ: TTXVN

ວັນທີ 14 ກຸມພາ, ຢູ່ຝລັ່ງ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ໄດ້ຈັດ ພິທີປະກາດບັນຊີລາຍຊື່ 64 ນະຄອນ ມາຈາກ 35 ປະເທດໄດ້ຮັບຮອງແມ່ນ ສະມາຊິກ “ເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ”, ໃນນັ້ນມີ 2 ນະຄອນຂອງ ຫວຽດນາມ ແມ່ນນະຄອນ ໂຮ່ຈີມິນ ແລະ ນະຄອນເຊີນລາ, ແຂວງ ເຊີນລາ. ທ່ານນາງເອກອັກຄະລັດຖະທູດ ຫງວຽນທິເວິນແອັງ, ຜູ້ຕາງໜ້າຂອງ ຫວຽດນາມ ປະຈຳ UNESCO ໃຫ້ຮູ້ວ່າ ນີ້ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນຂອງສາກົນຕໍ່ບັນດາຄວາມມານະພະຍາຍາມ ດີເດັ່ນຂອງບັນດານະຄອນໃນວິວັດການຊຸກຍູ້ການຮ່ຳຮຽນຕະຫຼອດຊີວິດຂອງປະຊາຊົນທຸກຄົນຢູ່ທ້ອງຖິ່ນອີກດ້ວຍ. ເຫດການກໍ່ສະແດງໃຫ້ເຫັນບັນດາບາດກ້າວຜັນຂະຫຍາຍແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງ ຫວຽດນາມ ຢ່າງລະອຽດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ການສົ່ງເສີມການຮຽນ, ສ້າງສັງຄົມແຫ່ງການຮ່ຳຮຽນ, ຍົກສູງຄຸນນະພາບຂອງພື້ນຖານການສຶກສາ ແລະ ແຫຼ່ງຊັບພະຍາກອນມະນຸດ. ທ່ານ ຮ່າຈຸງຈຽນ, ເລຂາຄະນະພັກນະຄອນ ເຊີນລາ, ແຂວງເຊີນລາ ຖືວ່າ:

ການນຳນະຄອນ ມີສະຕິຄວາມຮັບຮູ້ຢ່າງຈະແຈ້ງວ່າ ເລື່ອງ ເຊີນລາ ກາຍເປັນສະມາຊິກຂອງເຄືອຂ່າຍຮ່ຳຮຽນທົ່ວໂລກ ພຽງແຕ່ ແມ່ນບາດກ້າວທຳອິດ. ນະຄອນເຊີນລາ ຕ້ອງມີລາຍການ, ແຜນການລະອຽດ ເພື່ອບັນລຸໄດ້ບັນດາມາດຖານ, ເປົ້າໝາຍສູງທີ່ສຸດແມ່ນຍົກສູງຄຸນນະພາບໃນການຮ່ຳຮຽນ, ຄຸນນະພາບໃນການສຶກສາ ແລະ ບຳລຸງສ້າງຂອງນະຄອນ, ເພື່ອໃຫ້ປະຊາຊົນ, ບັນດາອົງການຈັດຕັ້ງ, ບັນດາຫົວໜ່ວຍປະຊາຄົມໄດ້ຮັບການຮ່ຳຮຽນຕະຫຼອດຊີວິດ. ນີ້ບໍ່ພຽງແຕ່ແມ່ນມາດຖານຂອງ UNESCO ເທົ່ານັ້ນ ຫາກຍັງແມ່ນເປົ້າໝາຍ ເຊິ່ງພັກ, ລັດ ແລະ ປະຊາຊົນ ລ້ວນແຕ່ປາດຖະໜາອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ