ພາບປະກອບ
|
(vovworld) - ຕອນບ່າຍວັນທີ 27/2, ທ່ານ ເຈີ່ນຫວີງຕ໋ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານ Jean Vincent Place, ລັດຖະມົນຕີຮັບຜິດຊອບການປະຕິຮູບແຫ່ງລັດ ແລະ ຫັນລະບຽບການບໍລິຫານເປັນງ່າຍດາຍ ສ. ຝຣັ່ງ, ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານ ເຈີ່ນຫວີງຕ໋ວຽນ ປາດຖະໜາຢາກສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ຝຣັ່ງ ສຳລັບວິວັດທະນາການກໍ່ສ້າງ ແລະ ພັດທະນານະຄອນ, ພິເສດແມ່ນສະໜອງການໜູນຊ່ວຍດ້ານການເງິນໃນຂົງເຂດຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ສ້າງແຜນຮ່າງຕົວເມືອງສະຫຼາດ. ທ່ານ ເຈີ່ນຫວີງຕ໋ວຽນ ໃຫ້ຄຳໝັ້ນສັນຍາວ່າຈະກວດກາ ແລະ ຊຸກຍູ້ຄວາມຄືບໜ້າໂຄງການກໍ່ສ້າງ “ເຮືອນຝຣັ່ງ” ຢູ່ນະຄອນ ໂຮ່ຈີມິນ, ຍ້ອນນີ້ແມ່ນຄວາມເອົາໃຈໃສ່ ແລະ ຄວາມປາດຖະໜາຂອງນະຄອນໃນຄວາມມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືກັບ ຝຣັ່ງ. ທ່ານ ເຈີ່ນຫວີງຕ໋ວຽນ ຫວັງວ່າ ໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ບັນລຸໄດ້ບັນດາຜົນສຳເລັດ ແລະ ປະສິດທິຜົນໃນການເຄື່ອນໄຫວຮ່ວມມື, ພິເສດແມ່ນແລກປ່ຽນບົດຮຽນແກ້ໄຂບັນດາບັນຫາເກີດຂຶ້ນໃນວິວັດການພັດທະນາຕົວເມືອງ ຄື: ມົນລະພິດສິ່ງແວດລ້ອມ, ຄົມມະນາຄົມ, ສາທາລະນະສຸກ, ການສຶກສາ.