(ພາບປະກອບ:ptthdaknong.com.vn)
( vovworld ) – ຕອນເຊົ້າວັນທີ 21/6/2012, ຢູ່ນະຄອນໂຮ່ຈິມິນ ໄດ້ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ-ກຳປູເຈຍ (24/6). ອ່ານສູນທອນພົດທີ່ພິທີ, ທ່ານ Le Hoang Quan ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ຫວນຄືນໄລຍະ 45 ປິແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ດ້ວຍບັນດາຜົນງານແຫ່ງການຮ່ວມມືອັນໃຫ່ຍຫຼວງໃນຫຼາຍຂົງເຂດ. ການພົວພັນດ້ານການເມືອງສືບຕໍ່ໄດ້ຮັບການຮັດແໜ້ນ, ການພົວພັນດ້ານເສດຖະກິດນັບມື້ນັບໄດ້ຮັບການເປີດກ້ວາງ. ສອງປະເທດໄດ້ ແລະ ພວມຍູ້ແຮງການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ບັນດາອົງການຈັດຕັ້ງສາກົນ. ມາຮອດປະຈຸບັນ, ບັນດາວິສາຫະກິດໂຮ່ຈິມິນ ມີ 34 ໂຄງການໄດ້ຮັບໜັງສືອະນຸຍາດລົງທຶນຢູ່ກຳປູເຈຍ ດ້ວຍຍອດຈຳນວນທຶນເກືອບ 189 ລ້ານໂດລາສະຫະລັດໃນບັນດາຂົງເຂດ: ການລົງທຶນ, ການຄ້າ, ອຸດສາຫະກຳ, ສາທາລະນະສຸກ, ການສຶກສາ ແລະ ບຳລຸງສ້າງ…ທ່ານLe Hoang Quan ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ: “ອຳນາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈິມິນ ຍາມໃດກໍ່ຖືເປັນສຳຄັນ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນ ປະກອບສ່ວນເຂົ້າໃນນ້ຳໃຈມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ. ພວກເຮົາມີຄວາມເຊື່ອໝັ້ນຢ່າງເລິກເຊີ່ງວ່າ ບົນພື້ນຖານການພົວພັນມິດຕະພາບທີ່ມີມາແຕ່ດົນນານຂອງສອງປະເທດບ້ານໃກ້ເຮືອນຄຽງ, ພ້ອມດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງການນຳ ແລະ ປະຊາຊົນສອງປະເທດ, ການພົວພັນລະຫວ່າງຫວຽດນາມ-ກຳປູເຈຍ, ລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນພະນົມເປັນ ຈະປະສົບຫລາຍຜົນງານກ່ວາອີກ“.