ນະຄອນໂຮ່ຈິມີນຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດມາລົງທຶນ
ທ່ານ ດີງລາທັງ ຕ້ອນຮັບ ທ່ານນາງ Cheo Hock Kuan
ພາບ:http://tuoitre.vn
|
(vovworld)- ຕອນບ່າຍວັນທີ 29/2, ທ່ານ ດີງລາທັງ, ເລຂາຄະນະພັກນະຄອນ ໂຮ່ຈິມີນ ໄດ້ໃຫ້ການຕ້ອນຮັບຄະນະການນຳ ບໍລິສັດ Temasek Holdings ປະເທດສິງກະໂປ ໂດຍທ່ານນາງ Cheo Hock Kuan, ຜູ້ອຳນວຍການຂັ້ນສູງ ຮັບຜິດຊອບການພົວພັນຕ່າງປະເທດ ແລະ ຍຸດທະສາດ ນຳຫນ້າ. ນະທີ່ນີ້, ທ່ານ ດີງລາທັງ ໃຫ້ຮູ້ວ່າ: ການນຳ ນະຄອນ ໂຮ່ຈິມີນ ປາດຖະຫນາຢາກຮັບຟັງບັນດາຄຳເຫັນປະກອບຂອງບັນດານັກລົງທຶນ, ວິສາຫະກິດ ເພື່ອສ້າງສຳເລັດ ແລະ ຍົກສູງສະພາບແວດລ້ອມການເຄື່ອນໄຫວລົງທຶນ ດຳເນີນທຸລະກິດ ຂອງນະຄອນໃຫ້ນັບມື້ນັບດີກວ່າ. ໄລຍະຈະມາເຖິງ, ນະຄອນ ໂຮ່ຈິມີນ ຈະຍູ້ແຮງການປະຕິຮູບລະບຽບການບໍລິຫານ ເພື່ອສ້າງເງື່ອນໄຂດີທີ່ສຸດໃຫ້ບັນດາວິສາຫະກິດ. ການນຳນະຄອນ ປາດຖະຫນາຢາກ Temasek Holdings ກໍຄື ບັນດາວິສາຫະກິດອື່ນ ເພີ່ມທະວີການລົງທຶນເຂົ້ານະຄອນ ໂຮ່ຈິມີນ ໃນໄລຍະຈະມາເຖິງ.