(ນະຄອນໂຮ່ຈີມິນສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງ
ບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ)
(vovworld) - ຕອນເຊົ້າວັນທີ 21/11, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະ ຄະນະກຳມະການສັນຕິພາບນະຄອນໂຮ່ຈີມິນ ຈັດຕັ້ງງານພົບປະແລກປ່ຽນສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (17/11/1950-17/11/2015) ແລະ 65 ປີ ປີແຫ່ງວັນສ້າງຕັ້ງຄະນະກຳມະການສັນຕິພາບຫວຽດນາມ (19/111950-19/11/2015). ກ່າວຄວາມເຫັນນະພິທີ, ທ່ານນາງ ໂຕນນຶ້ທິນິງ, ຮອງປະທານຄະນະກຳມະການສັນຕິພາບຫວຽດນາມ, ປະທານຄະນະກຳມະການສັນຕິພາບນະຄອນ ໂຮ່ຈີມິນ ຢືນຢັນວ່າ: ສັນຕິພາບແມ່ນມໍລະດົກລຳ້ຄ່າທີ່ສຸດ, ໂດຍລຸ້ນກ່ອນ “ມອບໃຫ້“ ລຸ້ນປະຈຸບັນ ແລະ ໃຫ້ອະນາຄົດ. ຊາວໜຸ່ມຫວຽດນາມເປັນຜູ້ສືບທອດ, ຮູ້ເຄົາລົບຄວາມໝາຍຂອງມໍລະດົກສັນຕິພາບ, ຈະສ້າງພະລັງຊີວິດໃໝ່ໃຫ້ພື້ນຖານສັນຕິພາບຫວຽດນາມ.
ສ່ວນທ່ານ ເລຮຶງກວ໋ກ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ, ຖືວ່າ:
“ສະພາບການໂລກໃນປະຈຸບັນສັບສົນ ແລະ ຂາດສະຖຽນລະພາບ, ດັ່ງນັ້ນວຽກງານພົວພັນຕ່າງປະເທດປະຊາຊົນຕ້ອງໄປກ່ອນ ເພື່ອເຊື່ອມຕໍ່ປະຊາຊົນນຳກັນ. ປະຈຸບັນປະເທດຕ່າງໆມີການພົວພັນກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫຼາຍກວ່າເພື່ອເຊື່ອມຕໍ່, ແບ່ງປັນລະຫວ່າງປະຊາຊົນກັບປະຊາຊົນ. ຂ້າພະເຈົ້າຖືວ່າສິ່ງດັ່ງກ່າວຈະສ້າງທ່ວງທ່າເພື່ອໃຫ້ເສດຖະກິດພັດທະນາ. “.