ນະຄອນໂຮ່ຈີມິນຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ
(vovworld) - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳນະຄອນໂຮ່ຈິມີນໃຫ້ຂ່າວວ່າ: ຕອນເຊົ້າວັນທີ 12/2, ສະພາປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການ ”ຮັບຟັງ ແລະ ແລກປ່ຽນ” ດ້ວຍຫົວຂໍ້ວ່າ “ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈີມິນ - ຜູ້ສຸດຈິດສຸດໃຈ ແລະ ຈົ່ງຮັກພັກດີຕໍ່ປະຊາຊົນ”. ລາຍການໄດ້ຮັບຟັງຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນສ່ອງແສງກ່ຽວກັບທ່າທີຮັບໃຊ້ປະຊາຊົນຂອງພະນັກງານ, ລັດຖະກອນນະຄອນ, ພ້ອມກັນນັ້ນກໍຮັບຮູ້ບັນດາມາດຕະການເພື່ອແນໃສ່ປະຕິບັດບັ້ນຂົນຂວາຍ “ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ” ເປັນຢ່າງດີ. ບັນດາຜູ້ແທນ ແລະ ຜູ້ມີສິດເລືອກຕັ້ງເຂົ້າຮ່ວມລາຍການໄດ້ຍົກອອກບັນດາມາດຕະການລະອຽດຄື: ການນຳອຳນາດການປົກຄອງ ແລະ ພະແນກ, ຂະແໜງການ ຕ້ອງເປັນແບບຢ່າງໄປກ່ອນ, ຕ້ອງເສີມຂະຫຍາຍບົດບາດເປັນແບບຢ່າງຂອງພະນັກງານ, ທະວີຄຸນບັນດາແບບຢ່າງວຽກດີຄົນເດັ່ນ, ໂດຍສະເພາະແມ່ນແບບຢ່າງຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ. ທ່ານ ຮ່າເຟືອກຖັ໋ງ, ຮອງປະທານຄະນະກຳມະການປະຊາຊົນເມືອງ 3, ນະຄອນ ໂຮຈີມິນ ສະເໜີວ່າ:
“ມາດຕະການໜຶ່ງທີ່ຂ້າພະເຈົ້າເຫັນວ່າສຳຄັນທີ່ສຸດນັ້ນແມ່ນ: ຕ້ອງໄກ້ສິດຕິດແທດກັບປະຊາຊົນເພື່ອໃຫ້ພວກເຮົາສາມາດຮັບເອົາຄຳຄິດຄຳເຫັນຂອງປະຊາຊົນ, ເບິ່ງຄືນບັນດານະໂຍບາຍ, ບັນດາວຽກງານທີ່ຕົນປະຕິບັດແມ່ນເໝາະສົມຫຼືບໍ່. ທີ່ 2 ແມ່ນ, ຖ້າເໝາະສົມແລ້ວ ແມ່ນຄວນຂົນຂວາຍປະຊາຊົນປະຕິບັດຕາມ ”