ນະໂຍບາຍຊົນເຜົ່າຕ້ອງຄົບຊຸດກ່ວາ,ໜູນຊ່ວຍປະຊາຊົນຊົນເຜົ່າຫຼາຍກ່ວາເກົ່າ

ນະໂຍບາຍຊົນເຜົ່າຕ້ອງຄົບຊຸດກ່ວາ,ໜູນຊ່ວຍປະຊາຊົນຊົນເຜົ່າຫຼາຍກ່ວາເກົ່າ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜ​ົ່າ ຢ່າງ​ແຊວ​ຝື ໃນ​
ລາຍ​ການ “ປະ​ຊາ​ຊົນ​ຖາມ, ລັດ​ຖະ​ມົນ​ຕີ​ຕອບ”
(ພາບ:vtv)

(vovworld) – ​ ​ ນະ​ໂຍ​ບາຍ​ຊົນ​ເຜົ່າ​ຕ້ອງ​ຄົບ​ຊຸດ​ກ່​ວາ, ໜູນ​ຊ່ວຍ​ປະ​ຊາ​ຊົນ​ຊົນ​ເຜົ່າຫຼາຍ​ກ່​ວາ - ທ່ານ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜ​ົ່າ ຢ່າງ​ແຊວ​ຝື ຢັ້ງ​ຢືນ​ຄື​ດັ່ງ​ກ່າວ​ໃນ​ລາຍ​ການ “ປະ​ຊາ​ຊົນ​ຖາມ, ລັດ​ຖະ​ມົນ​ຕີ​ຕອບ” ເມື່ອ​ວັນ​ທີ 7/6. ຕາມ​ທ່ານ ຢ່າງ​ແຊວ​ຝື​ແລ້ວ, ໃນ​ຊຸມ​ປີ​ຜ່ານ​ມາ, ພັກ​, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ປະ​ກາດໃຊ້ຫຼາຍ​ນະ​ໂຍ​ບາຍ​ໃຫ້​ແກ່​ເຂດ​ຊົນ​ເຜົ່​າ, ພູ​ດອຍ, ລະ​ບົບ​ນະ​ໂຍ​ບາຍ​ນັບ​ມື້​ນັບ​ຮອບ​ດ້ານ ແລະ ຄົບ​ຊຸດ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ຫລຸດ​ຜ່ອນ​ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ, ປັບ​ປຸງ ແລະ ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​​ປະ​ຊາ​ຊົນ​ຊົນ​ເຜົ່າ​ເຂດ​ພູ​ດອຍ​ເທື່ອ​ລະ​ກ້າວ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ ​ປີນີ້, ບາງ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ​ທີ່ສະ​ຫງວນ​ໃຫ້ປະ​ຊາ​ຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຈະ​ໝົດ​ຜົນ​ສັ​ກ​ສິດ, ດັ່ງ​ນັ້ນ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ​ມີ​ໃບ​ສະ​ເໜີ​ຕໍ່​ລັດ​ຖະ​ບານ​ຈະ​ມີ​ນະ​ໂຍ​ບາຍ​ໄລ​ຍະ​ເປັນກາງ, ບໍ່​ແມ່ນ​ຕາມ​ອາ​ຍຸ​ການ​ຄື​ປະ​ຈຸ​ບັນ. ກ່ຽວ​ກັບ​ເລື່ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ໃນ​ປີ 2015 ແລະ ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ ຢ່າງ​ແຊວ​ຝື, ເນັ້ນ​ໜັກ​ວ່າ:

        “ໄລ​ຍະ​ຈະ​ມາ​ເຖິງ, ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ກ່ຽວ​ກັບ​ແຫຼ່ງ​ກຳ​ລັງ​ຫັນ​ປ່ຽນ​ການ​ໜູນ​ຊ່ວຍ​ຕັ້ງ​ໜ້າ​ສົ່​ງ​ເສີມ​ໃຫ້​ກູ້​ຢືມ​ທຶນ​ສຳ​ລັບ​ເຂດ​ຊົນ​ເຜົ່າ, ນະ​ໂຍ​ບາຍ​ທັງ​ໝົດ​ຕ້ອງ​ເພີ່ມ​ຈຳ​ນວນ​ເງິນ​ໃຫ້​ກູ້​ຢືມ, ສ່ວນ​ບັນ​ດາ​ນະ​ໂຍ​ບາຍ​ຍັງ​ມີ​ຜົນ​ສັກ​ສິດນັ້ນ​ຕ້ອງ​ໂຮມ​ເປັນ​ຂໍ້​ຕົກ​ລົງ​ລວມ​ຂອງ​ລັດ​ຖະ​ບານ, ​ໃນ​ນັ້ນເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທ້ອງ​ຖິ່ນ​ເມື່ອ​ມີ​ນະ​ໂຍ​ບາຍ ແລະ ແຫຼ່ງ​ກຳ​ລັງ​​ແລ້ວຕ້ອງ​ຜັນ​ຂະ​ຫຍາຍ​ຢ່າງວ່ອງ​ໄວ ແລະ ຫລຸດ​ຜ່ອນ​ບັນ​ດາ​ລະ​ບຽບ​ການ​ທີ່​ກໍ່​ຄວາມ​ຫຍຸ້ງ​ຍາກ ແລະ ເພີ່ມ​ທະ​ວີ​ການ​ປ່ອຍ​ເງິນ​ໃຫ້​​ປະ​ຊາ​ຊົນ​ຊົນ​ເຜົ່າ​ເຂດ​ພູ​ດອຍ.”

 


ຂ່າວ/ບົດ​ອື່ນ