ນະໂຍບາຍຕ້ອງຕອບສະໜອງຄວາມມຸ້ງຫວັງຂອງທົ່ວປວງຊົນ

ນະໂຍບາຍຕ້ອງຕອບສະໜອງຄວາມມຸ້ງຫວັງຂອງທົ່ວປວງຊົນ - ảnh 1
(​ທ່ານ ຫງວຽນ​ຢູຍຫວຽດ, ຮອງ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​)

(vovworld) – ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ໂດຍ​ທ່ານ ຫງວຽນ​ຢູຍຫວຽດ, ຮອງ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ນຳ​ໜ້າ ຫາ​ກໍ່​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ຊອກ​ຮູ້​ບົດຮຽນ​ກ່ຽວ​ກັບ​ວິທີ​ສຳ​ພັດ ​ແລະ ​ແກ້​ໄຂ​ຄຳ​ເຫັນປະກອບ​ຂອງ​ປະຊາຊົນ​ໃນ​ວິວັດການ​ສ້າງນະ​ໂຍບາຍ. ຄະນະ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ທີ່​ປຶກສາ​ພິ​ເສດ​ຂອງ​ປະທານາທິບໍດີ Barack Obama. ​ແລະ ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ. ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ສາມາດ​ໝູນໃຊ້​ບັນດາ​ບົດຮຽນ​ທີ່​ໄດ້​ແບ່ງປັນ​ກັບ​ຝ່າຍ​ອາ​ເມ​ລິ​ກາ ​ເຂົ້າ​ໃນ​ສະພາບ​ຕົວ​ຈິງ​ຢູ່​ຫວຽດນາມ. ທ່ານ ຫງວຽນ​ຢູຍຫວຽດ, ຮອງ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ, ​ໃຫ້​ຮູ້​ວ່າ:

“ປະຈຸ​ບັນ, ພັກ​ເຮົາ​ໄດ້​ມີ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ​ແລະ ມີ​ທັດສະນະ​ທີ່​ວ່າ ທຸກ​ກົນ​ໄກ - ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ, ກົດໝາຍ​ຂອງ​ລັດ​ລ້ວນ​ແຕ່​ເພື່ອ​ປະຊາຊົນ, ມາ​ຈາກ​ປະຊາຊົນ. ພວກ​ເຮົາ​ພວມ​ສ້າງ​ບັນດາ​ວິທີ​ສາມາດ​ເສີມ​ຂະຫຍາຍ​ຄວາມ​ສາມາດ ພູມ​ປັນຍາ​ໃນ​ໝູ່​ປະຊາຊົນ, ພິ​ເສດ​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ - ຫົວຄິດ​ປະດິດ​ສ້າງ​ຂອງ​ປະຊາຊົນ ​ແລະ ຕ້ອງ​ເລີ່​ມມາ​ຈາກ​ພຶດຕິ​ກຳ​ຕົວ​ຈິງ ​ແລະ ບົດຮຽນ​ຂອງ​ປະຊາຊົນ ​ເພື່ອ​ສ້າງ​ກົນ​ໄກ - ນະ​ໂຍບາຍ. ນະ​ໂຍບາຍ​ຕ້ອງ​ຖືກຕ້ອງ​ກັບ​ຄວາມ​ມຸ້ງ​ຫວັງ ​ແລະ ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ທົ່ວ​ປວງ​ຊົນ“

 

ຂ່າວ/ບົດ​ອື່ນ