ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບການນຳແຂວງກວາງສີ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບການນຳແຂວງກວາງສີ - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ​ຫວຽດນາມ Nguyen Tan Dung
ຕ້ອນຮັບ​ການ​ນຳ​ແຂວງ​ກວາງ​ສີ
(ພາບ: tinmoi.vn)

(vovworld) -     ຕອນ​ຄໍ່າ​ວັນ​ທີ 20/9, ທ່ານ​ນາຍົກ​ລັດຖະມົນຕີ​ຫວຽດນາມ Nguyen Tan Dung ​ໄດ້​​ໃຫ້ການ​ຕ້​ອນຮັບ​ທ່ານ​ເລຂາ​ພັກແຂວງ​ກວາງ​ສີ ກົ້ວຈິງ​ເຂ​ວງ ​ແລະ ທ່ານ​ປະທານ​ແຂວງ​ກວາງ​ສີ ໝ່າ​ຊຽວ, ​ເນື່ອງ​ໃນ​ໂອກາດ​ເຂົ້າຮ່ວມງານ​ຕະຫຼາດນັດວາງສະ​ແດງ​ອາ​ຊຽນ - ຈີນ (CARXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ - ການ​ຄ້າ​ອາ​ຊຽນ - ຈີ​ນ ຄັ້ງ​ທີ 9, ​ເຊິ່ງດຳ​ເນີນ​ໄປ​ຢູ່​ນະຄອນ​ໜານ​ໜີງ, ​ແຂວງ​ກວາງ​ສີ, ປະ​ເທດ​ຈີນ. ທ່ານ​ນາຍົກ​ລັດຖະມົນຕີ Nguyen Tan Dung ​ໄດ້​ຢືນຢັນ​ວ່າ ພັກ, ລັດ​ຫວຽດນາມ ຈະ​ສືບ​ຕໍ່​ສະໜັບສະໜູນຢ່າງ​ແຮງ​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​​ມິດຕະພາບ, ການຮ່ວມ​ມື​ຢ່າງຮອບດ້ານ ຕ່າງ​ຝ່າຍ​ຕ່າງປະ​ຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ແລະ ​ແຂວງ​ກາງ​ສີ ໃຫ້ເລິກ​ເຊິ່ງຂຶ້ນ​ເຕີ່​ມ. ທ່ານ​ນາຍົກລັດຖະມົນຕີ​ໄດ້​ເນັ້ນ​ໜັກ​ວ່າ ບັນດາທ້ອງ​ຖິ່ນຂອງ​ສອງປະ​ເທດ​ຕ້ອນ​ຊາບ​ຊືມການຊີ້ນ້ຳຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໃນ​ການ​ຊຸ​ກຍູ້ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ໃນ​ທຸກ​ຂົງ​ເຂດ ​ເພື່ອ​ກ້າ​ວ​ເຂົ້າ​ສູ້​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ ບົນ​ພື້ນຖານ​ຂຸດ​ຂົ້ນຄວາມ​ສາມາດ​ບົມຊ້ອນ, ທ່າ​ແຮງ​ຂອງ​ແຕ່ລະທ້ອງ​ຖິ່ນ, ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ແກ່​​ການ​ແລກປ່ຽນ​ຄ້າຂາຍຜ່ານ​ຊາຍ​ແດນ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ທາງ​ຄົມມະນາຄົມ​ເພື່ອ​ສ້າງ​ການ​ຕິດ​ຜັນ​ດ້ານ​ເສດຖະກິດ​ລະຫວ່າງ​ບັນດາ​ທ່ອງ​ຖິ່ນ​ຂອງ​ຫວຽດນາມ ກັບ​ແຂວງ​ກວາງ​ສີ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ຍູ້​ແຮງ​ງານ​ພົບ​ປະ​ແລກປ່ຽນລະຫວ່າງ​ປະຊາຊົນທຸກ​ຊັ້ນ​ວັນນະ​ຂອງ​ສອງ​ປ​ະ​ເທດເທດ​, ສືບ​ຕໍ່​ຮ່ວມ​ມື ​ແລະ ສົມທົບ​ກັນ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ​ໃຫ້​ເປັນ​ຢ່າງ​ດີ, ປະຕິບັດ​ເອກະສານ 3 ສະບັບ​ທີ່​ກ່ຽວຂ້ອງ​ເຖິງ​ເສັ້ນ​ຊາຍ​ແດນ​ທາງບົກ ​ແລະ ສັນຍາ​ກ່ຽວ​ກັບ​ເຂດ​ອ່າວ​ທາງ​ພາກ​ເໜືອ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ສ້າງ​ເສັ້ນ​ຊາຍ​ແດນ​ລະຫວ່າງສອງ​ປະ​ເທດ​ໃຫ້​ກາຍ​ເປັນ​ເສັ້ນ​ຊາຍ​ແດງ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ​ຢ່າງ​ແທ້​ຈິງ.

ຂ່າວ/ບົດ​ອື່ນ