ນາຍົກລັດຖະມົນຕີ ກຳປູເຈຍ ຢ້ຽມຢາມລາວ ຢ່າງເປັນທາງການ
ພິທີຕ້ອນຮັບນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ
ຢູ່ສຳນັກງານນາຍົກລັດຖະມົນຕີ
(ພາບ: Hoàng Chương/Vietnam+)
(vovworld) - ທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ໄດ້ໄປຢ້ຽມຢາມລາວຢ່າງເປັນທາງການໃນລະຫວ່າງວັນທີ 6-7/2 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງ.
ທີ່ການເຈລະຈາໃນວັນທີ 6/2, ທ່ານນາຍົກລັດຖະມົນຕີ ຮຸນແຊນ ແລະ ທ່ານນາຍົກລັດຖະມົນຕີທອງສິງທຳມະວົງ ໄດ້ແຈ້ງໃຫ້ກັນຊາບ ສະພາບພັດທະນາເສດຖະກິດ - ສັງຄົມຢູ່ແຕ່ລະປະເທດ, ພ້ອມທັງຢືນຢັນເຖິງຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມືສອງຝ່າຍ ກໍ່ຄືຫຼາຍຝ່າຍ. ນາຍົກລັດຖະມົນຕີທັງສອງທ່ານ ເນັ້ນໜັກເຖິງເລື່ອງສືບຕໍ່ຊຸກຍູ້ຂະແໜງການຕ່າງໆຜັນຂະຫຍາຍເນື້ອໃນຂອງກອງປະຊຸມຄະນະກຳມະການຮ່ວມມືລາວ - ກຳປູເຈຍ, ກຳປູເຈຍ - ລາວ ຄັ້ງທີ 12. ທັງສອງຝ່າຍກໍ່ຢືນຢັນວ່າ, ການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ເປັນຂີດໝາຍແຫ່ງການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງເພີ່ມທະວີຄວາມສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈກ່ຽວກັບການພົວພັນຮ່ວມມືເພື່ອການພັດທະນາໃນຄອບຄົວອາຊຽນອີກດ້ວຍ.
ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີທັງສອງທ່ານ ໄດ້ລົງນາມໃນເອກະສານຮ່ວມມື 7 ສະບັບ ໃນຂົງເຂດສາທາລະນະສຸກ, ກົດໝາຍ, ຍຸຕິທຳ, ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານວັດທະນະທຳ, ກໍ່ຄືການສ້າງຕັ້ງສະຖານກົງສູນ ລະຫວ່າງສອງປະເທດ.