(vovworld) - ທີ່ການປະຊຸມຂ່າວຄັ້ງທຳອິດພາຍຫຼັງສິ້ນສຸດກອງປະຊຸມຄັ້ງປະຖົມມະເລີກ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12, ວັນທີ 17/3, ທ່ານນາຍົກລັດຖະມົນຕີຄົນໃໝ່ ຫຼີເຄີຊຽງ ໄດ້ປະກາດ 3 ໜ້າທີ່ຕົ້ນຕໍ່ຂອງລັດຖະບານນັ້ນແມ່ນ ຮັກສາລະດັບເຕີບໂຕເສດຖະກິດ, ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນ ແລະ ຮັບປະກັນຄວາມຍຸຕິທຳທາງສັງຄົມ. ທ່ານ ຫຼີເຄີຊຽງ ເນັ້ນໜັກວ່າ: ຢູ່ປະເທດກ້ວາງໃຫຍ່ຄືປະເທດຈີນ, ລັດຖະບານມີຫຼາຍໜ້າທີ່ຕ້ອງປະຕິບັດ, ໃນນັ້ນ, ສຳຄັນທີ່ສຸດແມ່ນຮັບປະກັນລະດັບເຕີບໂຕດ້ານເສດຖະກິດຢ່າງຕໍ່ເນື່ອງ. ເພື່ອປະຕິບັດໜ້າທີ່ນີ້ໃຫ້ໄດ້, ທ່ານ ຫຼີເຄີຊຽງ ເນັ້ນໜັກວ່າ: ຈີນ ຕ້ອງສ້າງລັດຖະບານ ປ່ຽນໃໝ່, ປອດໄສ ແລະ ປະຕິບັດຕາມກົດໝາຍ ແລະ ກໍ່ໃນການປະຊຸມຂ່າວ, ທ່ານນາຍົກລັດຖະມົນຕີຄົນໃໝ່ ຈີນ ຖະແຫຼງວ່າ: ຈີນ ຕັດສິນໃຈຕ້ານການສໍ້ລາດບັງຫຼວງ. ທ່ານ ຫຼີເຄີຊຽງ ກໍ່ໃຫ້ຄຳໝັ້ນສັນຍາຈະຍາດໄດ້ຄວາມໄວ້ເນື້ອເຊື່ອໃຈຕໍ່ປະຊາຊົນດ້ວຍການປະຕິບັດການປະຢັດໃນການໃຊ້ຈ່າຍງົບປະມານລັດຖະບານ.
ກ່ຽວກັບການຕ່າງປະເທດ, ທ່ານ ຫຼີເຄີຊຽງ ຖືວ່າ: ຈີນ ໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ເຂດ ອາຊີ - ປາຊີຟິກ ກໍ່ຄືຢູ່ໃນໂລກ, ຊຸກຍູ້ການພົວພັນກັບບັນດາປະເທດມະຫາອຳນາດໃນນັ້ນມີ ອາເມລິກາ ແລະ ລັດເຊຍ. ຈີນ ຈະສືບຕໍ່ເຮັດວຽກກັບບັນດາປະເທດບ້ານໄກ້ຄຽງເພື່ອຊຸກຍູ້ການຮ່ວມມືຕາມຈິດໃຈທັງ 2 ຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນນຳການຮ່ວມມືຂຶ້ນສູ່ລະດັບສູງໃໝ່, ເພື່ອການຮ່ວມມື ແລະ ພັດທະນາສັນຕິພາບ.